ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຂກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກເມືອງພະລານໄຊ ຢ່າງເປັນທາງການ

Jan 30, 2025

ໄຂກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກເມືອງພະລານໄຊ ຢ່າງເປັນທາງການ
ກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກເມືອງພະລານໄຊ ແຂວງສະຫວັນນະເຂດ ໄຂຂຶ້ນຢ່າງເປັນທາງການໃນວັນທີ 30 ມັງກອນ 2025 ທີ່ສະໂມສອນຂອງເມືອງ. ມີ ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍ ແຂກຖືກເຊີນ ແລະບັນດາຜູ້ແທນສົມບູນເຂົ້າຮ່ວມເຂົ້າຮ່ວມ.
ຈາກເນື້ອໃນຂອງບົດລາຍງານການເມືອງທີ່ໄດ້ຜ່ານໃນກອງປະຊຸມ ໄດ້ຍົກໃຫ້ເຫັນຜົນງານການນຳພາ-ຊີ້ນຳຂອງອົງຄະນະພັກເມືອງພະລານໄຊໃນໄລຍະ 5 ປີຜ່ານມາ ວ່າ: ເສດຖະກິດຂອງເມືອງຂະຫຍານຕົວສະເລ່ຍ 5.52% ຕໍ່ປີ,ລວມຍອດຜະລິດຕະ ພັນພາຍໃນ (GDP) ໄດ້ 400 ກວ່າຕື້ກີບ ເທົ່າກັບ 102.84% ຂອແຜນການ,ສະເລ່ຍໃສ່ຫົວຄົນໄດ້ 10.72 ລ້ານກີບຕໍ່ຄົນຕໍ່ປີ,ສະເລ່ຍເຂົ້າເປືອກໃສ່ຫົວຄົນໄດ້ 853.63 ກິໂລ/ຄົນ/ປີ, ຊອກຄົ້ນເກັບລາຍຮັບເຂົ້າງົບປະມານປະຕິບັດໄດ້ລື່ນແຜນການ 21.75%, ດ້ານລາຍຈ່າຍປະຕິບັດໄດ້ 98.42% ຂອງແຜນການ.
ດ້ານການພັດທະນາພື້ນຖານໂຄງລ່າງໄດ້ຮັບການພັດທະນາເປັນກ້າວໆ ເສັ້ນທາງແຕ່ເມືອງຫາບ້ານ, ບ້ານຫາບ້ານ ສາມາດທຽວໄດ້ສອງລະດູ ກວມ87.10%,ບ້ານທີ່ຊົມໃຊ້ໄຟຟ້າ ກວມ98.15% ເພີ່ມຂຶ້້ນ 2 ບ້ານ ເທົ່າກັບ 66.66% ຂອງແຜນການ.
ການລຶບລ້າງຄວາມທຸກຍາກ ແລະພັດທະນາຊົນນະບົດ, ທົ່ວເມືອງສາມາດລົບ ລ້າງບ້ານທຸກຍາກໄດ້ 40 ບ້ານ ກວມເອົາ 74.07% ຂອງບ້ານທັງໝົດ, ເທົ່າກັບ 200%ຂອງແຜນການ(ແຜນການໃຫ້ໄດ້ 20 ບ້ານ) ແລະປະເມີນຄອບຄົວພົ້ນທຸກໄດ້ 4,126 ຄອບຄົວ, ເທົ່າກັບ 54.02% ຂອງຄອບຄົວທັງໝົດ(ມີ 7,637 ຄອບຄົວ) ເທົ່າກັບ 173.65% (ແຜນການ 2,376 ຄອບຄົວ), ສ້າງບ້ານພັດທະນາໄດ້ 5 ບ້ານ ເທົ່າກັບ 18.52%(ແຜນການໃຫ້ໄດ້ 27 ບ້ານ) ແລະ ສ້າງຄອບຄົວພັດທະນາໄດ້ 2,910 ຄອບຄົວ, ເທົ່າກັບ 118%(ແຜນການ 2,466 ຄອບຄົວ).
ກອງປະຊຸມຄັ້ງນີ້, ບັນດາຜູ້ແທນສົມບູນຈະໄດ້ປ່ອນບັດຄັດເລືອກເອົາຄະນະບໍລິ ຫານງານພັກເມືອງພະລານໄຊ ຊຸດໃໝ່ດ ເຊິ່ງກອງປະຊຸມຈະດໍາເນີນເປັນເວລາ 2 ວັນຈິ່ງສໍາເລັດ.
Cr: ສະຫວັນພັດທະນາ ຂ່າວ