ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຂກອງປະຊຸມໃຫຍ່ຄັ້ງທີ VIII ຂອງຜູ້ແທນອົງຄະນະພັກ ເມືອງຊຽງຮ່ອນ

Jan 30, 2025

ໄຂກອງປະຊຸມໃຫຍ່ຄັ້ງທີ VIII ຂອງຜູ້ແທນອົງຄະນະພັກ ເມືອງຊຽງຮ່ອນ
ກອງປະຊຸມໃຫຍ່ຄັ້ງທີ VIII ຂອງຜູ້ແທນອົງຄະນະພັກ ເມືອງຊຽງຮ່ອນ, ແຂວງໄຊຍະບູລີ ໄຂຂຶ້ນໃນຕອນເຊົ້າວັນທີ 30 ມັງກອນນີ້ ທີ່ສະໂມສອນໃຫຍ່ຂອງເມືອງ, ໂດຍການເປັນປະທານຂອງ ສະຫາຍ ແສງອາທິດ ລາວເບຼຍຢາທໍ່ ເລຂາພັກເມືອງ ວ່າການເຈົ້າເມືອງ ຊຽງຮ່ອນ. ມີ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງ ໄຊຍະບູລີ, ແຂກຖືກເຊີນ ແລະ ຜູ້ແທນສົມບູນ 121 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວເມືອງ 1,532 ສະຫາຍ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງນີ້, ໄດ້ຕີລາຄາຄືນຜົນງານ ແລະ ໄຊຊະນະທີ່ຍາດມາໄດ້, ຍົກໃຫ້ເຫັນຈຸດອ່ອນຂໍ້ຄົງຄ້າງ ແລະ ສະຫຼຸບຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກເມືອງໃນໄລຍະ 5 ປີຜ່ານມາ ແລະ ພ້ອມກັນກຳນົດທິດທາງຄາດໝາຍຍຸດທະ ສາດແຕ່ລະດ້ານໃນການປົກປັກຮັກສາ ແລະ ພັດທະນາເມືອງຊຽງຮ່ອນແຕ່ນີ້ຮອດປີ 2029, ໂດຍລວມແລ້ວເມືອງຊຽງຮ່ອນ ແມ່ນມີການປ່ຽນແປງຢ່າງຕັ້ງໜ້າເປັນຕົ້ນແມ່ນ: ສາມາດຮັກສາສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍດ້ານສັງຄົມໂດຍພື້ນຖານ, ເສດຖະກິດ, ວັດທະນະທໍາ-ສັງຄົມໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການຊຸກຍູ້ສົ່ງເສີມນັບມື້ດີຂຶ້ນ, ເສດຖະກິດຂະຫຍາຍຕົວສະເລ່ຍໃນລະດັບ 7.15%, ລວມຍອດຜະລິດຕະພັນພາຍໃນ ສະເລ່ຍບັນລຸໄດ້ 873 ຕື້ກີບ, ສະເລ່ຍຕໍ່ຄົນໄດ້ 24 ລ້ານກີບ ເທົ່າກັບ 41% ຂອງແຜນການ, ເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 19.91 ຕື້ກີບ, ເທົ່າກັບ 135.72% ຂອງແຜນການ 5 ປີ, ຄຸ້ມຄອງລາຍ ຈ່າຍໄດ້ທັງໝົດ 14.39 ຕື້ກີບ ເທົ່າກັບ 99.57%, ສະເລ່ຍໃສ່ຫົວຄົນໜຶ່ງໄດ້ຮັບເຂົ້າເປືອກ 616 ກິໂລຕໍ່ຄົນຕໍ່ປີ, ເຂົ້ານາແຊງເນື້ອທີ່ 385.50 ເຮັກຕາ, ຜົນຜະລິດ 1,790 ໂຕນ; ເຂົ້າໄຮ່ເນື້ອທີ 1,255.50 ເຮັກຕາ, ຜົນຜະລິດ 2,511 ໂຕນ, ປູກພືດສະບຽງອາຫານ ແລະ ໝາກໄມ້ໃຫ້ໝາກ ມີເນື້ອທີ່ທັງໝົດ 1,397.87 ເຮັກຕາ, ຜົນຜະລິດ 6,688.65 ໂຕນ, ປູກພືດເປັນສິນຄ້າສົ່ງອອກມີເນື້ອທີ່ທັງໝົດ 6,908.27 ເຮັກຕາ ຜົນຜະລິດ 198,398.58 ໂຕນ, ການປູກຢາງພາລາ ເນື້ອທີ່ທັງໝົດ 7,567.1 ເຮັກຕາ, ທຽບໃສ່ແຜນ 5 ປີ ປະຕິບັດໄດ້ 154.26% ເພີ່ມຂຶ້ນ 3,470.93 ເຮັກຕາ ແລະ ອື່ນໆ.
ກອງປະຊຸມຄັ້ງນີ້, ຈະໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດທີ VIII, ເລືອກຕັ້ງເອົາຄະນະປະຈໍາພັກເມືອງ, ເລຂາ, ຮອງເລຂາ ແລະ ປະທານ, ຮອງປະທານກວດກາພັກ, ເພື່ອສືບຕໍ່ຊີ້ນຳ-ນຳພາເມືອງຊຽງຮ່ອນ, ພ້ອມທັງດໍາເນີນການປ່ອນບັດຄັດເລືອກເອົາຜູ້ແທນທີ່ເປັນຕົວແທນໃຫ້ແກ່ອົງຄະນະພັກເມືອງໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ.
ຈາກນັ້ນ, ຈະໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ພົງສະຫວັນ ສິດທະວົງ ແລະ ຈະໄດ້ດຳເນີນໄປເປັນເວລາ 2 ວັນຈິ່ງຈະສຳເລັດ.
Cr: ອຸ່ນເຮືອນ ໂພທິລັກ