ກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກເມືອງວຽງຄຳ ຄັ້ງທີ V ໄດ້ໄຂຂຶ້ນໃນວັນທີ 27 ມີນາ 2025 ນີ້ ໂດຍການເຂົ້າຮ່ວມຂອງ ສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງວຽງຈັນ, ມີສະຫາຍ ບຸນຈັນ ມາລາວົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງວຽງຄຳ, ມີການນຳຂັ້ນແຂວງ, ຄະນະຊີ້ນຳການກະກຽມກອງປະຊຸມໃຫຍ່, ພ້ອມດ້ວຍແຂກຖືກເຊີນ ແລະ ຜູ້ແທນສົມບູນເຂົ້າຮ່ວມທັງໝົດ 126 ສະຫາຍ, ຍິງ 48 ສະຫາຍ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວເມືອງຈຳນວນ 1.159 ສະຫາຍ.
ສະຫາຍ ບຸນຈັນ ມາລາວົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງວຽງຄຳ ໄດ້ກ່າວເປີດກອງປະຊຸມວ່າ: ໃນໄລຍະ 5 ປີຜ່ານມາເມືອງວຽງຄໍາ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຢ່າງເປັນຂະບວນຟົດຟື້ນ ແລະ ຍາດໄດ້ຜົນສໍາເລັດຫຼາຍດ້ານ ໂດຍມີການເຂົ້າຮ່ວມຂອງມະຫາຊົນຢ່າງກວ້າງຂວາງ, ເຮັດໃຫ້ທິດທາງ ໜ້າທີ່ ແລະ ມະຕິຕ່າງໆ ຂອງອົງຄະນະພັກເມືອງວຽງຄໍາວາງອອກໃນແຕ່ລະໄລຍະ ໄດ້ຮັບການຈັດຕັ້ງປະຕິບັດ ແລະ ບົດຮຽນອັນສໍາຄັນໃຫ້ແກ່ທ້ອງຖິ່ນ, ສິ່ງທີ່ພົ້ນເດັ່ນແມ່ນ ໄດ້ຫັນເອົາພະນັກງານການນໍາ, ພະນັກງານຫຼັກແຫຼ່ງລົງເຮັດວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ຊຸກຍູ້ວຽກງານສາມສ້າງເຂົ້າສູ່ລວງເລິກ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ ຮັບຮູ້ເຂົ້າໃຈແຈ້ງ ຕໍ່ແນວທາງແຜນນະໂຍບາຍຂອງພັກທີ່ວາງອອກໃນແຕ່ລະໄລຍະ, ປັບປຸງກົງຈັກການຈັດຕັ້ງຂັ້ນຮາກຖານບ້ານໃຫ້ເຂັ້ມແຂງເທື່ອລະກ້າວ.
ດ້ວຍຄວາມພະຍາຍາມດັ່ງກ່າວຈີ່ງເຮັດໃຫ້ເມືອງວຽງຄຳ ໄດ້ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງ, ມີແນວຄິດອຸ່ນອຽ່ນທຸ່ນທຽ່ງ, ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ການຄຸ້ມຄອງລັດດ້ວຍລະບຽບກົດໝາຍ, ເສດຖະກິດໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ປະຊາຊົນມີຊີວິດການເປັນຢູ່ທີ່ດີຂຶ້ນ, ຖັນແຖວພະນັກງານ, ສະມາຊິກພັກໄດ້ເຕີບໃຫຍ່ຂະຫຍາຍຕົວ ທາງດ້ານຈຳນວນ ແລະ ຄຸນນະພາບ ສາມາດເຮັດຫຼອນໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້.
ໜ້າທີ່ອັນສໍາຄັນ ຂອງກອງປະຊຸມໃຫຍ່ ຄັ້ງນີ້ຈະໄດ້ສຸມໃສ່ພິຈາລະນາຮັບຮອງເອົາ ລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2020-2024), ການປະກອບຄໍາຄິດຄໍາເຫັນ ຈາກບັນດາກົມກອງອ້ອມຂ້າງເມືອງຕົວແບບການຜະລິດເປັນສິນຄ້າ, ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກເມືອງ ສະໄໝທີ IV, ໜ້າທີ່ອັນສໍາຄັນ ກອງປະຊຸມຈະໄດ້ດໍາເນີນການເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອສືບຕໍ່ນໍາພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ V ແລະ ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ, ສໍາຮອງໄປຮ່ວມກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກແຂວງວຽງຈັນ ຄັ້ງທີ VII ທີ່ຈະໄຂຂຶ້ນໃນຕໍ່ໜ້າ. ຈາກນນັ້ນ ຈະໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລຶກ ເພື່ອເລືອກຕັ້ງເອົາຄະນະປະຈໍາພັກເມືອງ, ເລືອກຕັ້ງເອົາປະທານ, ຮອງປະທານກວດກາພັກ ແລະ ຮັບຮອງເອົາເລຂາຄະນະບໍລິຫານງານພັກເມືອງ ເພື່ອສືບຕໍ່ປະຕິບັດໜ້າທີ່ວຽກງານ. ພິເສດກອງປະຊຸມຈະໄດ້ຮັບຟັງຄໍາໂອ້ລົມຈາກ ສະຫາຍ ຄໍາພັນ ສິດທິດໍາພາ ກໍາມະການສູນກາງພັກ ເລຂາຄະນະບໍລິ ຫານງານພັກແຂວງ ເຈົ້າແຂວງໆວຽງຈັນ ເຊິ່ງຈະໄດ້ເປັນທິດຊີ້ນໍາໃຫ້ແກ່ຄະນະບໍລິຫານງານພັກເມືອງວຽງຄໍາຊຸດໃໝ່ ແລະ ຜູ້ແທນກອງປະຊຸມ ໃນການປະຕິບັດໜ້າທີ່ວຽກງານກໍ່ຄືການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ປະກົດຜົນເປັນຈິງ.
ກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກເມືອງວຽງຄຳ ຄັ້ງທີ V ຈະໄດ້ດຳເນີນໄປເປັນເວລາ 2 ວັນ ຄືວັນທີ 27 – 28 ມີນາ 2025 ຈຶ່ງຈະສຳເລັດລົງ.
ທີ່ມາ: ແຂວງວຽງຈັນໂພສ໌






