ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄະນະໂຄສະນາອົບຮົມ ສູນກາງພັກ ພາຍໃຕ້ຄຳຂວັນ “ເພີ່ມທະວີບົດບາດການນໍາພາ ຂອງອົງຄະນະພັກ, ຍົກສູງຈິດໃຈເອກະລາດເປັນເຈົ້າຕົນເອງ, ຕັ້ງໜ້າສ້າງການຫັນປ່ຽນ ໃນວຽກງານໂຄສະນາອົບຮົມ ໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ” ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 28 ພຶດສະພາ 2026 ພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການ ຄະນະເລຂາທິການສູນ ກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະພັກ, ຄະນະນຳ, ຜູ້ແທນສົມບູນ ແລະ ແຂກຖືກເຊີນຈາກພາກສ່ວນຕ່າງໆ.

ສະຫາຍ ຄຳພັນ ເຜີຍຍະວົງ ໃນນາມປະທານກອງປະຊຸມມີຄໍາເຫັນວ່າ: ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກຄັ້ງທີ VI ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກຄັ້ງນີ້, ຈະໄດ້ສຸມໃສ່ຄົ້ນຄວ້າ, ປະກອບຄໍາເຫັນ ແລະ ຮັບຮອງເອົາລາຍງານການເມືອງຂອງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ຊຶ່ງເປັນເອກະສານສໍາຄັນທີ່ໄດ້ຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ V ແລະ ທິດທາງໜ້າທີ່ ຈຸດສຸມວຽກງານໂຄສະນາອົບຮົມໃນໄລຍະ 5 ປີ (2026-2030) ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ເຂົ້າສູ່ຊີວິດຕົວຈິງໃຫ້ບັນລຸຜົນສໍາເລັດ ຕາມຄາດໝາຍທີ່ວາງໄວ້; ຄົ້ນຄວ້າປະກອບຄໍາເຫັນ ຮັບຮອງເອົາແຜນພັດທະນາວຽກງານໂຄສະນາອົບຮົມ 5 ປີ (2026-2030); ຄົ້ນຄວ້າປະກອບຄໍາເຫັນໃສ່ບົດສຳຫຼວດການນໍາພາລວມຂອງຄະນະພັກຄະນະໂຄສະນາອົບຮົມສູນກາງພັກໄລຍະ 5 ປີ ຜ່ານມາ ແນໃສ່ປັບປຸງ ແລະ ຍົກສູງບົດບາດການນໍາພາຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ໃນຊຸມປີຕໍ່ໜ້າ ໃຫ້ສົມຄູ່ກັບໜ້າທີ່ການເມືອງ ທີ່ ພັກໄດ້ມອບໝາຍໃຫ້, ຮັບຟັງການປະກອບຄໍາເຫັນໃນ 4 ຫົວຂໍ້ຄື: ການນໍາພາຂອງພັກໃນການປັບປຸງກົງຈັກການຈັດຕັ້ງ ຄະນະໂຄສະນາອົບຮົມສູນກາງພັກ, ບົດບາດການຄົ້ນຄວ້າທິດສະດີ ແລະ ພຶດຕິ ກຳຮັບໃຊ້ວຽກງານໂຄສະນາອົບຮົມ, ພັກນໍາພາຕໍ່ອົງການຈັດຕັ້ງມະຫາຊົນ, ບົດບາດວຽກງານສື່ມວນຊົນ ພາຍຫຼັງຍົກຍ້າຍມາຂື້ນກັບ ຄະນະໂຄສະນາອົບຮົມສູນກາງພັກ. ຜູ້ແທນສົມບູນ ຍັງຈະໄດ້ ພ້ອມກັນນໍາໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາ ຄະນະພັກ ຄະນະໂຄສະນາອົບ ຮົມສູນກາງພັກຊຸດໃໝ່ ເພື່ອສືບຕໍ່ຊີ້ນໍາ-ນໍາພາວຽກງານ ໃນໄລຍະ 5 ປີ ຕໍ່ໜ້າ.

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ຈະດຳເນີນໄປເປັນເວລາ 1 ມື້ເຄິ່ງຈຶ່ງສໍາເລັດ.



