ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງພຽງ ແຂວງໄຊຍະ ບູລີ ຄັ້ງທີ IX

Jan 14, 2025

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງພຽງ ແຂວງໄຊຍະບູລີ ຄັ້ງທີ IXໄດ້ ໄຂຂຶ້ນຢ່າງເປັນທາງການໃນວັນທີ 14 ມັງກອນ 2025 ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ, ພາຍໃຕ້ການເປັນປະທານຂອງສະຫາຍ ບຸດສະກອນ ອິນທະລັງສີ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆພຽງ ເປັນກຽດເຂົ້າຮ່ວມຂອງສະຫາຍ ພົງສະຫວັນ ສິດທະວົງ ກຳມະ ການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ, ພ້ອມດ້ວຍຜູ້ແທນສົມບູນທີ່ໄດ້ຕາງໜ້າຈາກຮາກ ຖານທົ່ວເມືອງ 141 ສະຫາຍ, ຍິງ 19 ສະຫາຍ ແລະ ບັນດາແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ບຸດສະກອນ ອິນທະລັງສີ ເລຂາພັກເມືອງໆພຽງໄດ້ຂື້ນໄດ້ຜ່ານບົດລາຍງານການເມືອງທັງສອງພາກ ເຊິ່ງໄດ້ຍົກໃຫ້ເຫັນຜົນງານໃນການຊີ້ນຳ-ນຳພາຂອງອົງຄະນະພັກເມືອງໆພຽງ ຕະຫຼອດໄລຍະ 5 ປີຜ່ານມາເຊິ່ງໄດ້ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງ ຊຸດທີ VIII ຂອງຕົນຢ່າງຕັ້ງໜ້າ ໂດຍໄດ້ການຍົກສູງຄວາມສາມາດນຳພາ, ປັບປຸງແບບ ແຜນວິທີເຮັດວຽກ, ຍຶດໝັ້ນແນວທາງປ່ຽນແປງໃໝ່ຂອງພັກ, ປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ, ພັດທະນາເສດຖະກິດ-ສັງຄົມຢ່າງເຂັ້ມແຂງ, ເຮັດໃຫ້ທົ່ວສັງຄົມໄດ້ມີຄວາມ ສະຫງົບມີຄວາມປອດໄພໂດຍພື້ນຖານ, ໄດ້ເອົາໃຈໃສ່ຄຸ້ມຄອງລັດ- ຄຸ້ມສັງຄົມ ດ້ວຍລະບຽບກົດໝາຍຢ່າງໜັກແໜ້ນ ແລະ ຍຸຕິທໍາ, ສິ່ງທີ່ພົນເດັ່ນສາມາດແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ , ການພັດທະນາພື້ນຖານໂຄງລ່າງ ມີບາດ ກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ, ລະບົບຄົມມະນາຄົມ-ໂທລະຄົມ ມະນາ ຄົມ ແລະ ການນຳໃຊ້ໄຟຟ້າກໍ່ໄດ້ເຂົ້າເຖີງພໍ່ແມ່ປະຊາຊົນຢ່າງທົ່ວເຖີງ, ການຜະລິດສະບຽງອາຫານ ສາມາດກຸ້ມກິນ, ແຮໄວ້ ແລະ ຂາຍເປັນສິນຄ້າ, ດ້ານເສດຖະກິດອົງຄະນະພັກເມືອງໄດ້ເອົາໃຈໃສ່ນຳພາ-ຊີ້ນຳການພັດທະນາເສດຖະກິດ-ສັງຄົມ ພາຍໃຕ້ແຜນຍຸດທະສາດຂອງເມືອງທີ່ວ່າ: “ ສ້າງເມືອງພຽງ ໃຫ້ເປັນເມືອງຜະລິດສະບຽງອາຫານ ຕິດພັນກັບການປຸງແຕ່ງສົ່ງອອກ, ພັດທະນາການບໍລິການທາງຜ່ານ ແລະ ການທ່ອງທ່ຽວ ທີ່ເປັນມິດກັບສິ່ງແວດລ້ອມ ” ໄດ້ສຸມໃສ່ພັດທະນາປັບປຸງກໍ່ສ້າງລະບົບຊົນລະປະທານ ເພື່ອສະໜອງນ້ຳໃຫ້ແກ່ການຜະລິດ, ນຳພາປະຊາຊົນຈັດຕັ້ງເປັນກຸ່ມການຜະລິດກະສິກຳ, ຫັນປ່ຽນ ແລະ ນໍາໃຊ້ເຕັກນິກ-ວິທະຍາສາດເຂົ້າໃນການປູກ, ການລ້ຽງ, ເຮັດໃຫ້ການຜະລິດສະບຽງອາຫານ, ຜະລິດເປັນສິນຄ້າມີການຂະຫຍາຍຕົວ, ໄດ້ເອົາໃຈໃສ່ນຳພາປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ສາມາດຈັດເກັບ ລາຍຮັບໄດ້ລື່ນຄາດໝາຍ 5 ປີ ຕໍ່ເນື່ອງ, ເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍໃນລະດັບ 6,9% ຕໍ່ປີ ລວມຍອດມູນຄ່າຜົນຜະລິດພາຍໃນ ບັນລຸໄດ້ 1.890 ຕື້ກີບ, ລາຍໄດ້ສະເລ່ຍຕໍ່ຫົວຄົນໄດ້ 28,98 ລ້ານກີບ, ເທົ່າກັບ101,94 % ຂອງແຜນ ການ ສະເລ່ຍໃສ່ຫົວຄົນເປັນສະກຸນເງີນໂດລາໄດ້ 1.318 ໂດລາສະຫະລັດຕໍ່ຄົນຕໍ່ປີ, ທຽບໃສ່ຄາດໝາຍປະຕິບັດໄດ້ 40,65 %.
ຜູ້ແທນກອງປະຊຸມ ໄດ້ປະກອບຄຳຄິດເຫັນ ໃສ່ຮ່າງບົດລາຍ ງານການເມືອງ ແລະ ຮ່າງແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີ ຄັ້ງທີ IX ເພື່ອພ້ອມກັນສືບຕໍ່ຈັດຕັ້ງປະຕິບັດບັນດາແຜນພັດທະນາເສດຖະກິດສັງຄົມໃນຕໍ່ໜ້າໃຫ້ໄດ້ຮັບຜົນດີຕາມລະດັບຄາດໝາຍຕື່ມອີກ ກອງປະຊຸມຄາດວ່າຈະດຳເນີນເປັນເວລາ 2 ວັນຈຶ່ງຈະສຳເລັດ.
ຂ່າວ-ພາບ: ແສງສຸດາ ກິ່ງສະຫວັດ.