ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງປາກກະດິງ ຄັ້ງທີ VIII

Jan 29, 2025

ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງປາກກະດິງ ຄັ້ງທີ VIII
ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງຜູ້ແທນອົງຄະນະພັກເມືອງປາກກະດິງ ແຂວງບໍລິຄໍາໄຊ ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 29 ມັງກອນນີ້ ຢູ່ສະໂມສອນຫ້ອງວ່າການເມືອງດັ່ງ ກ່າວ ພາຍໃຕ້ການເປັນປະທານຂອງສະຫາຍ ບຸນຄົບ ຈັນທະວົງ ເລຂາຄະນະບໍລິຫານພັກເມືອງປາກກະດິງ. ມີ ສະຫາຍ ສອນທະ ນູ ທໍາມະວົງ, ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງບໍລິຄຳໄຊ, ມີແຂກຖືກເຊີນ ແລະ ຜູ້ແທນສົມບູນເຂົ້າ ຮ່ວມທັງໝົດ 121 ສະຫາຍ, ຍິງ 10 ສະຫາຍ.
ສະຫາຍ ບຸນຄົບ ຈັນທະວົງ ໄດ້ກ່າວໄຂກອງປະຊຸມວ່າ: ຕະ ຫຼອດໄລຍະ 5 ປີຜ່ານມາ ອົງຄະນະພັກເມືອງພ້ອມດ້ວຍປະຊາ ຊົນບັນດາເຜົ່າຊາວເມືອງປາກກະດິງ ໄດ້ອອກແຮງສູ້ຊົນ ແລະ ເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີເປັນປຶກແຜ່ນ ພາຍ ໃຕ້ການນຳພາຂອງພັກ ບວກກັບການອຸ້ມຊູຊ່ວຍເຫຼືອຂອງທຸກພາກສ່ວນ ເຮັດໃຫ້ເມືອງມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ, ຊີວິດການເປັນຢູ່ຂອງພະນັກງານ, ກໍາລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່ານັບມື້ດີຂຶ້ນ, ຄວາມ ທຸກຍາກຂອງປະຊາຊົນໄດ້ຮັບການແກ້ໄຂຫຼຸດລົງເປັນກ້າວໆ.
ກອງປະຊຸມຄັ້ງນີ້ ຈະດໍາເນີນໄປເປັນເວລາ 2 ວັນ ເພື່ອຮັບ ຮອງເອົາຮ່າງລາຍງານການເມືອງ ແລະ ແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີ ຄັ້ງທີ V ແລະ ຈະດໍາເນີນການປ່ອນບັດຄັດ ເລືອກເອົາຄະນະບໍລິຫານງານພັກເມືອງປາກກະດິງ ສະໄໝທີ VIII, ຄັດເລືອກເອົາຜູ້ແທນສົມບູນໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ ແລະ ຈະໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ສອນທະນູ ທຳມະວົງ ເພື່ອຊີ້ທິດເຍືອງທາງໃຫ້ແກ່ຄະນະບໍລິຫານງານພັກເມືອງປາກກະດິງຊຸດໃໝ່ ຢ່າງໜັກ ແໜ້ນ ແລະ ມີຄວາມໝາຍໃນຕໍ່ໜ້າ ໃຫ້ປະກົດຜົນເປັນຈິງ.
Cr. ຄຳຟອງ