ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງໄຊ ຄັ້ງທີ XIV
ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງໄຊ ຄັ້ງທີ XIV ໄດ້ໄຂຂື້ນຢ່າງເປັນທາງການ ໃນວັນທີ 10 ກຸມພາ 2025 ທີ່ຫ້ອງປະຊຸມພະແນກແຜນການແລະການລົງທຶນແຂວງ ໂດຍການເປັນປະທານຂອງສະຫາຍ ສົມຄິດ ກັນສະໜິດ ກຳມະການພັກແຂວງ ວ່າການເລຂາພັກເມືອງເຈົ້າເມືອງໆໄຊ ເປັນກຽດເຂົ້າຮ່ວມໂດຍສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງ ສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ.

ກອງປະຊຸມໃຫຍ່ອົງຄະນະພັກເມືອງໄຊ ຄັ້ງທີ XIV ໄດ້ໄຂຂຶ້ນຢ່າງເປັນທາງການ ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວກອງ ທັບ ແລະ ທົ່ວປວງຊົນບັນດາເຜົາໃນເມືອງໄຊ ພວມເບີກບານມ່ວນຊື່ນຕໍ່ຜົນສໍາເລັດ ຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ກໍ່ຄືມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງອົງຄະນະພັກເມືອງໄຊວາງອອກ, ເຊິ່ງແມ່ນ ໂອກາດທີ່ທົ່ວປວງຊົນລາວທັງຊາດ ເວົ້າລວມ ເວົ້າສະເພາະ ແມ່ນຊາວເມືອງໄຊພວມສ້າງຂະບວນການເພື່ອຂໍ່ານັບຮັບຕ້ອນ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70, ວັນຊາດ 2 ທັນວາ ຄົບ ຮອບ 50 ປີ ວັນຄ້າຍວັນເກີດຂອງທ່ານ ໄກສອນ ພົມວິຫານ ຄົບຮອບ 105 ປີ ດ້ວຍບັນຍາກາດທີ່ຟົດຟື້ນ.
ສະຫາຍ ສົມຄິດ ກັນສະໜິດ ກ່າວໃນໂອກາດກ່າວໄຂກອງປະຊຸມວ່າ:ໃນຊຸມປີທີ່ຜ່ານມາ ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງອົງຄະນະພັກເມືອງໄຊມານີ້ ດ້ວຍຄວາມພະຍາຍາມບຸກບືນສູ້ຊົນ ຜ່ານຜ່າຂອງທົ່ວພັກ ແລະ ທົ່ວປວງຊົນລາວບັນດາເຜົ່າ ພາຍໃຕ້ການຊີ້ນຳ -ນຳພາຂອງຄະນະພັກແຕ່ລະຂັ້ນ ພວກເຮົາໄດ້ປະຕິບັດຂໍ້ແຂ່ງຂັນ “ ຮັກຊາດ ແລະ ພັດທະນາ” ປະສົບຜົນສຳເລັດຫຼາຍດ້ານຢ່າງພົ້ນເດັ່ນ ແລະ ຕໍ່ເນື່ອງກັນ ເປັນຕົ້ນແມ່ນການສ້າງບ້ານ ແລະ ກຸ່ມບ້ານພັດທະນາ ຕາມ 4 ເນື້ອໃນ 4 ຄາດໝາຍ, ການສ້າງບ້ານໃຫຍ່ເປັນຕົວເມືອງ ໃນຊົນນະບົດ, ວຽກງານ 3 ສ້າງຢ່າງເປັນຂະບວນ ການຟົດຟື້ນ ອັນໄດ້ເຮັດໃຫ້ທົ່ວເມືອງໄດ້ມີສະຖຽນລະພາບທາງ ດ້ານການເມືອງ, ມີຄວາມສະຫງົບ, ຄວາມເປັນລະບຽບຮຽບ ຮ້ອຍໂດຍພື້ນຖານ, ເສດຖະກິດ-ສັງຄົມ ໄດ້ຮັບການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່ານັບມື້ດີຂຶ້ນ, ລະບົບ ການເມືອງປະຊາທິປະໄຕ ໄດ້ຮັບການປັບປຸງໃຫ້ໜັກແໜ້ນເຂັ້ມ ແຂງກວ່າເກົ່າ.
ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນທົບທວນຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງອົງຄະນະພັກເມືອງ, ຕີລາຄາຜົນໄດ້ຮັບ, ຂໍ້ຂາດຕົກບົກຜ່ອງ ແລະ ສະຫຼຸບຖອດຖອນເປັນບົດຮຽນ ພ້ອມກັບການຮັບຮອງເອົາລາຍງານການເມືອງ ຂອງອົງຄະນະພັກ ແລະ ແຜນພັດທະນາເສດຖະ ກິດ-ສັງຄົມ ແຕ່ນີ້ຮອດປີ 2029.
ກອງປະຊຸມໃຫຍ່ຈະໄດ້ປະຕິບັດໜ້າທີ່ສຳຄັນ ແລະ ຮັບຜິດ ຊອບສູງໃນການໃຊ້ສິດປະຊາທິປະໄຕຂອງຕົນ ເລືອກຕັ້ງເອົາຄະ ນະບໍລິຫານງານພັກເມືອງ ສະໄໝທີ XIV ເພື່ອຮັບປະກັນລຸ້ນສືບທອດຂອງພັກ ຢ່າງໜັກແໜ້ນ, ມີຄຸນນະພາບ ແລະ ຄວາມສາມັກຄີເປັນເອກະພາບພາຍໃນ ຮັບປະກັນການນຳພາປະຊາຊົນບັນດາເຜົ່າທົ່ວເມືອງ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ປະກົດຜົນເປັນຈິງ ເພື່ອພ້ອມກັນສ້າງສາພັດທະນາເມືອງໄຊ ໃຫ້ມີຄວາມມັ່ງຄັ່ງເຂັ້ມແຂງ ປະຊາຊົນຮັ່ງມີຜາສຸກສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ ເທື່ອລະກ້າວ.
ກອງປະຊຸມໃຫຍ່ຄັ້ງນີ້ສຸດທີ່ມີຄວາມໝາຍສຳຄັນ ເພາະມັນເປັນເຫດການ-ການເມືອງ ທີ່ມີຄວາມໝາຍສຳຄັນປະຫວັດສາດໜຶ່ງ ໃນຊີວິດການເມືອງ ຂອງຊາວເມືອງໄຊ ເຊິ່ງຈະໄດ້ດຳເນີນເປັນເວລາ 2 ວັນຈິ່ງສຳເລັດ.
Cr: ຄຳພູສະຫວັນ ເພັນສະຫວັດ





