ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງທ່າໂທມ ແຂວງໄຊສົມບູນ ຄັ້ງທີ VI ໄດ້ໄຂຂຶ້ນ ໃນຕອນເຊົ້າຂອງວັນທີ 12 ກຸມພາ 2025 ນີ້ ທີ່ສະໂມສອນໃຫຍ່ຂອງເມືອງ, ໂດຍພາຍໄຕ້ການເປັນປະທານຂອງສະຫາຍ ສຸກສະເຫຼີມ ສົມມະນີ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງ, ມີສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊສົມບູນ, ສະຫາຍ ທອງວັນ ທໍາມະວົງ ຄະນະປະຈໍາພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ສະຫາຍ ນາງ ເພັດສະໃໝ ໂພໄຊຍະວົງ ຄະນະປະຈໍາພັກແຂວງ, ປະທານກວດກາພັກ-ລັດ, ມີແຂກຮັບເຊີນຈາກບັນດາເມືອງອ້ອມຂ້າງ ແລະ ຜູ້ແທນສົມບູນ ຈຳນວນ 85 ສະຫາຍ ຍິງ 7 ສະຫາຍ ເປັນຕົວແທນໃຫ້ແກ່ສະມາຊິກພັກ ໃນທົ່ວເມືອງ ຈໍານວນ 1.401 ສະຫາຍເຂົ້າຮ່ວມ. ສະຫາຍ ສຸກສະເຫຼີມ ສົມມະນະ ເລຂາພັກເມືອງ ເຈົ້າເມືອງທ່າໂທມ ໄດ້ກ່າວໄຂກອງປະຊຸມ, ກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງທັງສອງພາກ ແລະ ຮ່າງບົດສະຫຼູບແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ V (2020-2024) ແລະ ທິດທາງແຜນການ 5 ປີ ຄັ້ງທີ VI (2025-2029), ເຊິ່ງການນໍາພາ-ຊີ້ນໍາໃນໄລຍະຜ່ານມາໂດຍໄດ້ຕີລາຄາຜົນ ຂອງການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກເມືອງ ເຊິ່ງຍົກໃຫ້ເຫັນບັນດາຜົນສຳເລັດທີ່ອົງຄະນະພັກເມືອງຍາດມາໄດ້ ໃນການສ້າງສາພັດທະນາເມືອງທ່າໂທມ ກໍ່ຄືການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ V ມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນ: ພື້ນການການຜະລິດມີການຂະຫຍາຍຕົວ, ລາຍຮັບຂອງປະຊາຊົນດີຂຶ້ນ, ການພັດທະນາພື້ນຖານໂຄງລ່າງ ເຊັ່ນ: ເສັ້ນທາງ, ໂຮງຮຽນ, ໂຮງໝໍ, ທີ່ຢູ່ອາໄສ ຂອງປະຊາຊົນ ໄດ້ຮັບການກໍ່ສ້າງໃໝ່ຫຼາຍຂຶ້ນ, ບ້ານທີ່ຊົມໃຊ້ໄຟຟ້າເພີ່ມຂຶ້ນ, ສະຖານທີ່ເຮັດວຽກຂອງບັນດາຂະແໜງການ ນັບມື້ນັບດີຂຶ້ນ; ເຮັດໃຫ້ບັນດາຄາດໝາຍ ທີ່ລະບຸໄວ້ໃນມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງແຕ່ລະຄັ້ງ ມີຜົນສຳເລັດ ຕາມຈຸດປະສົງຄາດໝາຍ, ມີບາງດ້ານກໍ່ລື່ນແຜນການ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຮັດໃຫ້ທົ່ວເມືອງ ມີສະຖຽນລະພາບ ທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການພັດທະນາດີຂຶ້ນ. ຍ້ອນມີແນວທາງນະໂຍບາຍອັນຖືກຕ້ອງຂອງພັກ ແລະການເອົາໃຈໃສ່ ໃກ້ຊິດຕິດແທດຂອງຄະນະປະຈໍາພັກແຂວງ, ບັນດາພະແນກການກ່ຽວຂ້ອງຂອງແຂວງ ໄດ້ໃຫ້ການສະໜັບໜູນ ແລະຍູ້ແຮງທາງດ້ານວິຊາສະເພາະຕາມສາຍຕັ້ງ ແລະສາຍຂວາງ ໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກເມືອງໄດ້ເປັນຢ່າງດີ. ພະນັກງານ-ສະມາຊິກພັກ ໄດ້ມີຄວາມພະຍາຍາມຝຶກຝົນຫຼໍ່ຫຼອມຕົນເອງ, ຍົກສູງບົດບາດຄວາມເປັນແບບຢ່າງນໍາໜ້າ, ມີຄວາມສະດຸ້ງໄວ ແລະກ້າຫານຕັດສິນໃຈແກ້ໄຂບັນຫາຢ່າງທັນການ. ເສີມຂະຫຍາຍໄດ້ມູນເຊື້ອຄວາມສາມັກຄີ ຂອງປະຊາຊົນບັນດາເຜົ່າ, ຄວາມເປັນເອກະພາບຂອງຄະນະພັກທຸກຂັ້ນ; ລະດົມໄດ້ກໍາລັງແຮງສັງລວມຂອງສັງຄົມເຂົ້າໃນການພັດທະນາ. ຍ້ອນຄວາມຮັບຜິດຊອບ, ຄວາມເປັນແບບຢ່າງຂອງຄະນະພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນໃນການຜັນຂະຫຍາຍມະຕິ, ຄຳສັ່ງຕ່າງໆລົງສູ່ຮາກຖານ ແລະການສະໜັບສະໜູນຂອງປະຊາຊົນ, ການຊ່ວຍເຫຼືອຈາກພາຍໃນ ແລະ ຕ່າງປະເທດ; ຍ້ອນຄະນະພັກທຸກຂັ້ນ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນຂອງທົ່ວປວງຊົນຮອບດ້ານ, ທົ່ວເຖິງ, ເລິກເຊິ່ງ, ຈິ່ງເຮັດໃຫ້ເມືອງທ່າໂທມມີຄວາມສະຫງົບ, ປອດໄພໂດຍພື້ນຖານ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງທ່າໂທມຄັ້ງນີ້ ດໍາເນີນພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນໍາພາຂອງອົງຄະນະພັກໃຫ້ເຂັ້ມແຂງ, ຮັບປະກັນໃຫ້ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບຢ່າງໜັກແໜ້ນ, ເສດຖະກິດໄດ້ຮັບການພັດທະນະນາຕາມທິດສີຂຽວ-ຍືນຍົງ, ສ້າງຊັບພະຍາກອນມະນຸດ ແລະ ປັບປຸງຄຸນນະພາບຊີວິດຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນເທື່ອລະກ້າວ”. ກອງປະຊຸມໃນຄັ້ງນີ້ຈະດໍາເນີນເປັນເວລາ 2 ວັນຈຶ່ງຈະສໍາເລັດ.
ພາບຂ່າວ: ສົມໝາຍ ຈິດຕະວົງ






