ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງປາກແຊງ ຄັ້ງທີ VII

Feb 13, 2025

ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງປາກແຊງ ຄັ້ງທີ VII
ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງປາກແຊງ ແຂວງຫຼວງພະບາງ ຄັ້ງທີ VII ໄຂຂື້ນໃນຕອນເຊົ້າຂອງວັນທີ່ 13 ກຸມພາ 2025 ນີ້ ທີ່ສະໂມສອນຫຼັງໃໝ່ຂອງເມືອງ. ມີ ສະຫາຍ ຄໍາຂັນ ຈັນທະວີສຸກ ກຳມະການສູນກາງພັກ ເລຂາຄະນະບໍລິ ຫານງານພັກແຂວງຫຼວງພະບາງ ພ້ອມດ້ວຍຜູ້ແທນຮັບເຊີນ ແລະຜູ້ແທນສົມບູນ ຈຳນວນ 112 ສະຫາຍ ຍີງ 7 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວເມືອງຫຼາຍກວ່າ 1,400 ສະຫາຍ ເຂົ້າຮ່ວມ.
ສະຫາຍ ດວງເພັດ ຢວນໄຊສົມແພງ ຮັກສາການແທນເລຂາພັກເມືອງປາກແຊງ ໄດ້ຂື້ນກ່າວໄຂກອງປະຊຸມວ່າ: ກອງປະຊຸມໃຫຍ່ ຄັ້ງນີ້ ມີໜ້າທີ່ຄົ້ນຄວ້າ ແລະຮັບຮອງເອົາລາຍງານການເມືອງ ແລະແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງ ໄລຍະ 2025-2029 ແລະບົດສໍາຫຼວດການນຳພາລວມຂອງຄະນະພັກ ພ້ອມ ກັນນັ້ນ ຈະໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອສືບຕໍ່ນຳພາຊີ້ນຳ ພາລະກິດໃນການປົກປັກຮັກສາ ແລະສ້າງສາພັດທະນາເມືອງປາກແຊງ ໃຫ້ກ້າວຂຶ້ນຢ່າງຕໍ່ເນື່ອງສູ່ຈຸດໝາຍທີ່ວາງໄວ້. ຈຶ່ງຮຽກຮ້ອງຜູ້ແທນທຸກສະຫາຍ ຈົ່ງສຸ່ມສະຕິປັນຍາເຊີດຊູຄວາມເປັນເຈົ້າການ ແລະຄວາມຮັບຜິດຊອບທາງດ້ານການເມືອງໃຫ້ສູງ, ເຂົ້າໃນການຄົ້ນຄວ້າຕົກລົງບັນຫາສຳຄັນ ໃຫ້ເລິກເຊິ່ງຖືກຕ້ອງ ເຮັດໃຫ້ກອງປະຊຸມໃຫຍ່ຄັ້ງນີ້ ດຳເນີນໄປດ້ວຍດີ ແລະມີຜົນສຳເລັດ ຢ່າງຈົບງາມ.
ຈາກນັ້ນ ສະຫາຍ ທອງສີງ ໄຊຍະສຸກ ຮອງເລຂາພັກເມືອງ ໄດ້ຂື້ນຜ່ານຮ່າງບົດລາຍງານການເມືອງ ເຊີ່ງຜ່ານມາອົງຄະນະພັກເມືອງ ໄດ້ຕັ້ງໜ້າສຶກສາອົບຮົມການເມືອງ-ແນວຄິດ, ເຊື່ອມຊຶມບັນດາເອກະສານສຳຄັນ ຂອງພັກ ດ້ວຍຫຼາຍຮູບການ ຢ່າງເປັນປົກກະຕິ ອັນໄດ້ເຮັດໃຫ້ ສະມາຊິກພັກ, ພະນັກງານ, ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ ແລະເຂົ້າໃຈຕໍ່ແນວທາງປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກແຕ່ລະໄລຍະ; ການກໍ່ສ້າງພັກ ໄດ້ປະຕິບັດຕາມກົດລະບຽບຂອງພັກຢ່າງເຂັ້ມງວດ, ຮັບເອົາຜູ້ມີມາດຖານເງື່ອນໄຂເຂົ້າພັກ, ເດັດດ່ຽວເອົາຜູ້ເຊື່ອມຄຸນປ່ຽນທາດ ອອກຈາກການຈັດຕັ້ງພັກ ອັນໄດ້ເຮັດໃຫ້ການຈັດຕັ້ງພັກ ແລະຖັນແຖວສະມາຊິກພັກ ມີການເຕີບໃຫຍ່ຂະຫຍາຍຕົວ, ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ, ຈໍານວນໜ່ວຍພັກ ໄດ້ເພີ່ມຂຶ້ນ 1 ໜ່ວຍພັກ, ສະມາຊິກພັກເພີ່ມຂຶ້ນ 151 ສະຫາຍ, ມີສະມາຊິກພັກແຂງກວມ 87%, ໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນ ກວມ 96,66%; ຄະນະພັກແຕ່ລະຂັ້ນໄດ້ຍຶດໝັ້ນ ປະຕິບັດແບບແຜນວິທີນໍາພາ ເປັນແບບຢ່າງນໍາໜ້າຂອງສະມາຊິກພັກ ແລະການຈັດຕັ້ງພັກ; ເອົາໃຈໃສ່ຕໍ່ວຽກງານບໍາລຸງ-ກໍ່ສ້າງພະນັກງານ ດ້ວຍຫຼາຍຮູບການ ເປັນຕົ້ນ ສົ່ງລົງກໍ່ສ້າງຮາກຖານການເມືອງ, ສົ່ງໄປຍົກລະດັບ ດ້ານທິດສະດີການເມືອງ, ດ້ານວິຊາສະເພາະ ຢູ່ພາຍໃນ ແລະຕ່າງປະເທດ ທັງໄລຍະສັ້ນ ແລະໄລຍະຍາວທັງໝົດ 109 ສະຫາຍ, ຍິງ 28 ສະຫາຍ ຕາມແຜນກໍານົດສ້າງແຕ່ລະໄລຍະ ຕາມທິດຫັນເປັນໜຸ່ມ, ຜ່ານຝຶກຝົນຫຼໍ່ຫຼອມ ແລະທົດສອບໃນຂະບວນການວຽກງານຕົວຈິງ ໄດ້ມີການຈັດວາງ, ຊັບຊ້ອນ ໃຫ້ເໝາະສົມກັບຄວາມຮູ້-ຄວາມສາມາດ ແລະປະສົບການຕົວຈິງ ຕິດພັນກັບການປະຕິບັດນະໂຍບາຍ ຕາມລະບຽບການຢ່າງເໝາະສົມ. ວຽກງານກວດກາ ໄດ້ຮັບການປັບປຸງເຂັ້ມແຂງກວ່າເກົ່າ, ສາມາດແກ້ໄຂປະກົດການຫຍໍ້ທໍ້, ຄໍາຮ້ອງ-ຄໍາສະເໜີ ຂອງບຸກຄົນ ແລະການຈັດຕັ້ງ ທີ່ສວຍໂອກາດລະເມີດລະບຽບກົດໝາຍ ຫຼຸດລົງເປັນກ້າວໆ.
ກອງປະຊຸມໃຫຍ່ຄັ້ງນີ້ ດຳເນີນພາຍໃຕ້ຄໍາຂວັນ “ປັບປຸງການນໍາພາ ຂອງຄະນະໜ່ວຍພັກໃຫ້ເຂັ້ມແຂງ, ໜັກແໜ້ນ, ສ້າງເງື່ອນໄຂໃຫ້ເມືອງປາກແຊງ ເປັນເມືອງພົ້ນທຸກ, ຊຸກຍູ້ການລ້ຽງສັດໃຫຍ່, ປູກພືດອຸດສາຫະກໍາ ເປັນສິນຄ້າຕາມທິດສີຂຽວ ແລະ ຍືນຍົງ”, ເຊີ່ງພາຍຫຼັງສໍາເລັດການຜ່ານຮ່າງບົດລາຍງານການເມືອງທັງສອງພາກ ຜູ້ເຂົ້າຮ່ວມ ໄດ້ຮັບຟັງການຜ່ານແຜນພັດທະນາເສດຖະກິດ-ສັງຄົມ, ການປະກອບຄຳເຫັນຈາກຕົວແບບແຕ່ລະດ້ານ, ທັງຈະໄດ້ຮັບຟັງການຜ່ານບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານພັກເມືອງ ສະໄໝທີ່ VI, ທັງຈະໄດ້ປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານພັກເມືອງຊຸດທີ່ VII ໂດຍຈະດໍາເນີນເປັນເວລາ 1 ວັນເຄີ່ງຈະສໍາເລັດ.
ຂ່າວ: ອາພຸດເດດ ບຸບຜາ, ພາບ: ທະນູສີນ ອິດທິພົນ