ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງຊຽງຄໍ້ ຄັ້ງທີ XII

Feb 13, 2025

ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງຊຽງຄໍ້ ຄັ້ງທີ XII
ວັນທີ 13 ກຸມພາ 2025 ນີ້, ເມືອງຊຽງຄໍ້ ແຂວງຫົວພັນ ໄດ້ໄຂກອງປະຊຸມໃຫຍ່ຄັ້ງທີ XII ຂອງອົງຄະນະພັກເມືອງ ຢ່າງເປັນທາງການ ຢູ່ສະໂມສອນເມືອງ ພາຍໃຕ້ການເປັນປະທານຂອງສະຫາຍ ເຄນທອງ ພອນພະແກ້ວ ຮັກສາການເລຂາພັກເມືອງ, ຮັກສາການເຈົ້າເມືອງຊຽງຄໍ້. ມີ ສະຫາຍ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫົວພັນ. ມີບັນດາສະຫາຍຄະນະບໍລິຫານງານພັກແຂວງ, ພະແນກການ, ກົມກອງຂັ້ນແຂວງ, ຂັ້ນເມືອງ, ແຂກຖືກເຊີນ ແລະ ຜູ້ແທນສົມບູນ 127 ສະຫາຍ, ຍິງ 5 ສະຫາຍ ຕາງໜ້າໃຫ້ສະມາຊິກພັກທັງໝົດ 1.847 ສະຫາຍ, ຍິງ 412 ສະຫາຍ.
ສະຫາຍ ເຄນທອງ ພອນພະແກ້ວ ຮັກສາການເລຂາພັກເມືອງຊຽງຄໍ້ ໄດ້ມີຄໍາເຫັນເປີດກອງປະຊຸມໃຫຍ່ຢ່າງເປັນທາງການ. ເຊິ່ງສະຫາຍໄດ້ຮຽກຮ້ອງໃຫ້ບັນດາຜູ້ ແທນກອງປະຊຸມໃຫຍ່ ເຊີດຊູຄວາມຮັບຜິດຊອບຂອງຕົນໃຫ້ສູງ, ເສີມຂະຫຍາຍປະຊາທິປະໄຕຢ່າງແຂງແຮງ, ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ, ປະກອບຄໍາເຫັນຢ່າງສ້າງສັນ ແລະ ຕົກລົງບັນຫາຕ່າງໆຢ່າງຖືກຕ້ອງ ບົນຈິດໃຈບຸກທະລຸ ເຮັດໃຫ້ກອງປະຊຸມໃຫຍ່ບັນລຸຜົນສໍາເລັດຕາມຈຸດປະສົງຄາດໝາຍ.
ກອງປະຊຸມໃຫຍ່ໄດ້ພ້ອມກັນສັງເກດຕີລາຄາການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກເມືອງ, ຖອດຖອນບົດຮຽນທີ່ເປັນປະໂຫຍດ ແລະ ຕົກລົງທິດທາງໜ້າທີ່ລວມ, ແຜນ ພັດທະນາເສດຖະ ກິດ-ສັງຄົມຂອງເມືອງໃນຕໍ່ໜ້າ ເພື່ອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ ດີຂຶ້ນ ພ້ອມທັງສ້າງພື້ນຖານອັນໜັກ ແໜ້ນເຮັດໃຫ້ເມືອງຊຽງຄໍ້ຫຼຸດພົ້ນອອກຈາກຄວາມຄວາມທຸກ ຍາກໃນປີ 2030. ເຊີ່ງອົງຄະນະພັກພ້ອມກັບປະຊາຊົນບັນດາເຜົ່າໃນທົ່ວເມືອງຊຽງຄໍ້ໄດ້ຕັ້ງໜ້າເສີມຂະຫຍາຍມູນເຊື້ອ ແຫ່ງຄວາມສາມັກຄີ ເອກະພາບບຸກບືນໃນການຈັດຕັ້ງປະຕິບັດວຽກງານຕ່າງໆ, ເຊີດຊູນໍ້າໃຈຮັກຊາດ, ຮັກລະບອບໃໝ່, ມີຄວາມເປັນເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມຮັ່ງມີເຂັ້ມແຂງດ້ວຍຕົນເອງ, ປະຕິບັດແນວທາງປ່ຽນແປງໃໝ່ພາຍໃຕ້ການນໍາພາ ຂອງພັກ ອັນໄດ້ເຮັດໃຫ້ເມືອງຊຽງຄໍ້ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບ ຮ້ອຍ, ເສດຖະກິດມີບາດກ້າວຂະຫຍາຍຕົວຕໍ່ເນື່ອງ ໃນລະດັບ 2,37%, ລວມຍອດຜະລິດຕະພັນພາຍໃນ ບັນລຸໄດ້ທັງໝົດ 1.060 ຕື້ກວ່າກີບ ລື່ນຄາດໝາຍ 2,42%. ໃນນັ້ນປີ 2024 ລວມຍອດຜະລິດຕະພັນພາຍໃນໄດ້ 251 ຕື້ກວ່າກີບ, ສະເລ່ຍຕໍ່ຫົວຄົນ 9 ລ້ານກວ່າກີບ/ຄົນ/ປີ ລື່ນຄາດໝາຍ 0.89%.
ກອງປະຊຸມ ຍັງຈະໄດ້ຜ່ານບົດສຳຫຼວດຕີລາຄາການນໍາພາຂອງຄະນະບໍລິຫານງານພັກເມືອງ ສະໄໝທີ XI ແລະ ດຳເນີນການເລືອກຕັ້ງເອົາຄະນະບໍລິຫານງານພັກ ເມືອງຊຸດໃໝ່ ເພື່ອເປັນຜູ້ນໍາພາຊີ້ນໍາ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ໃຫ້ປະກົດ ຜົນເປັນຈິງ. ກອງປະຊຸມຈະດຳເນີນເປັນເວລາ 1 ວັນເຄີ່ງຈິ່ງຈະອັດລົງ.
Cr: ໄອແກ້ວ