ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງແມດຄັ້ງທີ V

Feb 24, 2025

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງແມດຄັ້ງທີ V ໄຂຂຶ້ນຢ່າງເປັນທາງການໃນວັນທີ 24 ກຸມພາ 2025 ນີ້ ທີ່ສະໂມ ສອນຂອງເມືອງແມດ ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທອງສະຫວັນ ວົງສຳພັນ ຮອງເລຂາພັກແຂວງວຽງຈັນ.
ສະຫາຍ ຄຳປ່ຽນ ແສງສະຫວັດ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງແມດ ກ່າວໄຂກອງປະຊຸມວ່າ: ກອງປະຊຸມໃຫຍ່ຄັ້ງນີ້ ເປັນເຫດການອັນສຳຄັນຍິ່ງໃນຊີວິດການເມືອງ-ສັງຄົມຂອງຕົນ ໂດຍຈະຕົກລົງຮັບຮອງເອົາໜ້າທີ່, ທິດທາງວຽກງານທີ່ສຳຄັນເພື່ອນຳພາເມືອງແມດ ກ້າວຂຶ້ນສູ່ຈຸດໝາຍມັ່ງຄັ່ງເຂັ້ມແຂງໃນອະນາຄົດ, ນຳເອົາຄວາມຮັ່ງມີຜາສຸກມາສູ່ປະຊາຊົນ. ຜູ້ແທນກອງປະຊຸມຈະໄດ້ພ້ອມກັນຄົ້ນຄ້ວາ ແລະ ຮັບຮອງເອົາລາຍງານການເມືອງຂອງອົງຄະນະພັກເມືອງ ແລະ ແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີຄັ້ງທີ V (2025-2029).
ພ້ອມກັນນັ້ນກຈະໄດ້ເລືອກຕັ້ງເອົາບຸກຄະລາກອນເຂົ້າໃນໂຄງປະກອບຂອງຄະນະບໍລິຫານງານພັກເມືອງຊູດໃໝ່ ເພື່ອສືບຕໍ່ນຳພາຈັດຕັ້ງປະຕິບັດສອງໜ້າທີ່ຍຸດ ທະສາດ ໃຫ້ກ້າວຂຶ້ນຢ່າງຕໍ່ເນື່ອງໜັກແໜ້ນໄປສູ່ຈຸດໝາຍທີ່ວາງໄວ້.
ກອງປະຊຸມຄັ້ງນີ້ ຈະດຳເນີນເປັນເວລາສອງວັນຈິ່ງສໍາເລັດ.