ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງງາ ຄັ້ງທີ XII

Feb 27, 2025

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງງາ ຄັ້ງທີ XII ໄຂຂື້ນຢ່າງເປັນທາງການໃນວັນທີ 27 ກຸມພາ 2025 ທີ່ສະໂມສອນເມືອງ. ໂດຍການເຂົ້າຮ່ວມຂອງ ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງ ສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອຸດົມ ໄຊ.
ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນທົບທວນຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກເມືອງ, ຕີລາຄາຜົນໄດ້ຮັບ, ຂໍ້ຂາດຕົກບົກຜ່ອງ ແລະ ສະຫຼຸບຖອດຖອນເປັນບົດຮຽນ ພ້ອມກັບການຮັບຮອງເອົາລາຍງານການເມືອງ ຂອງອົງຄະນະພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຕ່ນີ້ຮອດປີ 2029.
ກອງປະຊຸມໃຫຍ່ຈະໄດ້ປະຕິບັດໜ້າທີ່ສຳຄັນ ແລະ ຮັບຜິດ ຊອບສູງໃນການໃຊ້ສິດປະຊາທິປະໄຕຂອງຕົນ ເລືອກຕັ້ງເອົາຄະ ນະບໍລິຫານງານພັກເມືອງ ສະໄໝທີ XII ພ້ອມທັງຮັບຟັງການໂອ້ລົມຈາກສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງ ສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ ເພື່ອຊີ້ທິດເຍືອງທາງໃນການເຄື່ອນໄຫວນໍາພາ-ຊີ້ນໍາການພັດທະນາເສດຖະ ກິດ-ສັງຄົມຂອງເມືອງງາ ໃນໄລຍະ 5 ປີຕໍ່ຫນ້າ.
ກອງປະຊຸມຄັ້ງນີ້ ຈະດຳເນີນເປັນເວລາ 2 ວັນ ຈິ່ງສຳເລັດ.
ທີ່ມາ: ວິທະຍຸ-ໂທລະພາບແຂວງອຸດົມໄຊ