ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງຄູນຄໍາ ຄັ້ງທີ III

ກອງປະຊຸມໃຫຍ່ຄັ້ງທີ III ຜູ້ແທນອົງຄະນະພັກເມືອງຄູນຄໍາ ແຂວງຄໍາມ່ວນ ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 04 ມີນາ 2025 ທີ່ສະໂມສອນເມືອງ. ໂດຍມີ ສະຫາຍ ວັນໄຊ ພອງສະຫວັນ, ກໍາມະການສູນກາງພັກ, ເລຂາພັກແຂວງຄໍາມ່ວນ..
ສະຫາຍ ແກ້ວບຸນຂວັນ ໄຊຍະວົງສາ ເລຂາຄະນະບໍລິຫານງານພັກເມືອງຄູນຄໍາ ໄດ້ກ່າວໄຂກອງປະຊຸມຢ່າງເປັນທາງການ ພ້ອມທັງຜ່ານບົດລາຍງານການເມືອງທັງ 02 ພາກ ເຊິ່ງໄດ້ຕີລາຄາໜາກຜົນສໍາເລັດພົ້ນເດັ່ນແຫ່ງການຈັດຕັ້ງປະຕິບັດໃນແຕ່ລະຂົງເຂດວຽກງານໄລຍະ 5 ປີຜ່ານມາ. ການພັດທະນາເສດທະກິດ-ສັງຄົມ ຂະ ຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂື້ນເປັນກ້າວໆ. ພື້ນຖານໂຄງລ່າງຕ່າງໆ ໄດ້ຮັບການປັບປຸງ ແລະ ກໍ່ສ້າງຂື້ນ, ມີການຈັດສັນພູມລໍາເນົາອາຊີບຄົງທີ່ ແລະ ການແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາຊົນໄດ້ຮັບການຈັດຕັ້ງປະຕິບັດດີຂຶ້ນເທື່ອລະກ້າວ.
ການຂະຫຍາຍການສືກສາ ແລະ ສາທາລະ ນະສຸກໄດ້ໄປຮອດເຂດຫ່າງໄກສອກຫຼີກ, ລູກຫຼານຂອງປະຊາຊົນໄດ້ຮັບການບໍລິການທາງດ້ານການສຶກສາ ແລະ ສຸຂະ ພາບຫຼາຍຂື້ນ, ບ້ານສາທາລະນະສຸກ, ບ້ານວັດທະນະທໍາ ແລະ ບ້ານພັດທະນາມີຈໍານວນເພີ່ມຂຶ້ນ. ລະບົບການຈັດຕັ້ງທຸກຂັ້ນໄດ້ຮັບການປັບປຸງ, ດໍາເນີນການກໍ່ສ້າງໜ່ວຍພັກປອດໃສ ,ເຂັ້ມແຂງ, ໜັກແໜ້ນ ແລະ ຕິດ ຕາມກວດກາການເຄື່ອນໄຫວນໍາພາ-ຊີ້ນຳຂອງໜ່ວຍພັກຂັ້ນຕ່າງໆຢ່າງເປັນປະຈໍາ.
ຜູ້ແທນກອງປະຊຸມ ຈະດໍາເນີນການປ່ອນບັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອສືບຕໍ່ນໍາພາ-ຊີ້ນໍາ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ປະກົດຜົນເປັນຈິງ, ພ້ອມທັງເລືອກເອົາຜູ້ແທນສົມບູນ, ສໍາຮອງ ໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງຄຳມ່ວນ ແລະ ຮັບຟັງການໂອ້ ລົມຈາກເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ ຕື່ມອີກ.
ກອງປະຊຸມດັ່ງກ່າວຈະໄດ້ດຳເນີນໄປເປັນເວລາ 2 ວັນ ຈິ່ງຈະສໍາເລັດ.
ທີ່ມາ: Medialaos



