ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງໂພນໂຮງ ຄັ້ງທີ VIII

Mar 11, 2025

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ເມືອງໂພນໂຮງແຂວງວຽງຈັນ ຄັ້ງທີ VIII ໄຂຂຶ້ນ ໃນວັນທີ 10 ມີນາ 2025 ໂດຍການ ເຂົ້າຮ່ວມຂອງ ສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆວຽງຈັນ.
ສະຫາຍ ສົມປະສົງ ສຸວົງຄຳຈັນ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆໂພນໂຮງ ໄດ້ກ່າວວ່າ: ກອງປະຊຸມໃຫຍ່ຄັ້ງນີ້ ຈະໄດ້ສຸມໃສ່ຄົ້ນຄວ້າພິຈາລະນາຮັບຮອງເອົາຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ 05 ປີ ແລະ ທິດທາງຄາດໝາຍສູ້ຊົນ ໃນຊຸມປີຕໍ່ໜ້າ ແລະ ຄົ້ນຄວ້າຮັບຮອງເອົາບົດສໍາຫລວດການນໍາພາລວມ ຂອງຄະນະພັກເມືອງໂພນໂຮງ ສະໄໝທີ VII. ພ້ອມນີ້, ຈະໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອສືບຕໍ່ນໍາພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ໃຫ້ປະກົດຜົນເປັນຈິງ ແລະ ເລືອກເອົາຜູ້ແທນເພື່ອເປັນຕົວແທນຂອງອົງຄະນະພັກເມືອງ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ VII ໃນຕໍ່ໜ້າ.
ນອກຈາກນີ້, ກອງປະຊຸມໃຫຍ່ຄັ້ງນີ້ຈະໄດ້ຮັບຟັງການໂອ້ລົມຈາກສະຫາຍ ຄໍາພັນ ສິດທິດຳພາ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຊິ່ງຈະເປັນທິດຊີ້ນໍາທາງດ້ານແນວຄິດ-ທິດສະດີ, ພຶດຕິກໍາຕົວຈິງ ໃຫ້ແກ່ຄະນະບໍລິຫານງານພັກເມືອງຊຸດໃໝ່ ແລະ ຜູ້ແທນກອງປະຊຸມ ໃນການປະຕິບັດໜ້າທີ່ວຽກງານ ກໍຄືການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ປະກົດຜົນເປັນຈິງ.