ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງເຊບັ້ງໄຟ ຄັ້ງທີ VII ແຂວງຄໍາມ່ວນ ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 25 ມີນາ 2025 ຢູ່ທີ່ສະໂມສອນຂອງເມືອງ ໂດຍການເປັນປະທານຂອງສະຫາຍ ທອງໄຊ ມັງໜໍ່ເມກ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງໆເຊບັ້ງໄຟ. ກອງປະຊຸມໄດ້ເປັນກຽດຢ່າງສູງທີ່ໄດ້ຕ້ອນຮັບການເຂົ້າຮ່ວມຂອງສະຫາຍ ວັນໄຊ ພອງສະຫວັນ ກໍາມະກາສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆ ຄຳມ່ວນ, ສະຫາຍ ສົມໃຈ ພານີຈັນ ກຳມະການປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີບັນດາສະຫາຍໃນຄະນະບໍລິຫານງານພັກເມຶອງ, ແຂກຖືກເຊີນຈາກແຂວງ, ຕາງໜ້າໃຫ້ແກ່ຄະນະບໍລິຫານພັກເມືອງ ຈາກບັນດາເມືອງອ້ອມຂ້າງ ແລະ ຜູ້ແທນສົມບູນເຂົ້າຮ່ວມທັງໝົດຈໍານວນ 166 ສະຫາຍ, ຍິງ 14 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າໃນທົ່ວເມືອງຈໍານວນ 1,859 ສະຫາຍ, ຍິງ 540 ສະຫາຍ.
ສະຫາຍ ທອງໄຊ ມັງໜໍ່ເມກ ເລຂາຄະນະບໍລິຫານງານພັກເມືອງເຊບັ້ງໄຟ ໄດ້ກ່າວໄຂກອງປະຊຸມຢ່າງເປັນທາງການ ພ້ອມນັ້ນຍັງໄດ້ຜ່ານບົດລາຍງານການເມືອງທັງ 02 ພາກເຊິ່ງ ສະຫາຍ ໄດ້ຕີລາຄາໜາກຜົນສໍາເລັດ ແລະ ຜົນງານອັນພົ້ນເດັ່ນໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ໃນໄລຍະ 05 ປີ ຜ່ານມາ ໃນທ່າມກາງບັນຍາກາດ ສະພາບແວດລ້ອມພາຍໃນແຂວງເວົ້າລວມ ,ເວົ້າສະເພາະ ພາຍໃນເມືອງເຊບັ້ງໄຟໄດ້ມີທັງສິ່ງເອື້ອອໍານວຍຄວາມສະດວກ, ຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍດ້ານເປັນຕົ້ນທາງດ້ານເສດຖະກິດ, ອັດຕາແລກປ່ຽນເງິນຕາມີການເໜັງຕີງ, ເງິນກີບອ່ອນຄ່າ, ລາຄາສິນຄ້າ, ຄ່າຄອງຊີບສູງຂຶ້ນ, ການລະບາດຂອງພະຍາດໂຄວິດ 19 ແລະ ການປ່ຽນແປງດິນຟ້າອາກາດເຊິ່ງທັງໝົດນັ້ນ ໄດ້ສົ່ງຜົນກະທົບໂດຍກົງ ຕໍ່ການປະຕິບັດມະຕິ, ແຜນການ ແລະ ບັນດາຄາດໝາຍທີ່ໄດ້ຮັບຮອງໄວ້ ໃນມະຕິກອງປະຊຸມສະໄໝທີ່ຜ່ານມາບວກກັບອິດທິກຳລັງປໍລະປັກ ຍັງບໍ່ລົດລະສຸມກຳລັງເພື່ອຫວັງມ້າງເພທຳລາຍລະບອບໃໝ່ຂອງພວກເຮົາ.
ແຕ່ພາຍໃຕ້ການນໍາພາ-ຊີ້ນໍາຂອງອົງຄະນະພັກເມືອງ, ທົ່ວພັກ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນຊາວເມືອງເຊບັ້ງໄຟໄດ້ເສີມຂະຫຍາຍຈິດໃຈເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຮັດແໜ້ນຄວາມສາມັກຄີ ແລະ ການປະກອບສ່ວນທຸກພາກສ່ວນ ເຮັດໃຫ້ສາມາດຍາດໄດ້ຜົນສຳເລັດໃນຫຼາຍດ້ານ ເຊັ່ນ: ລະບົບການເມືອງຢູ່ຂັ້ນຮາກຖານມີຄວາມເຂັ້ມແຂງ, ໜັກແໜ້ນ; ສັງຄົມມີຄວາມສະຫງົບປອດໄພໂດຍພື້ນຖານ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ດ້ານວັດທະນະທຳ-ສັງຄົມ ກໍ່ໄດ້ຮັບການປັບປຸງຢ່າງຕັ້ງໜ້າ, ປະຊາຊົນມີຊີວິດການເປັນຢູ່ທີ່ດີຂຶ້ນເປັນກ້າວໆ.
ກອງປະຊຸມທີ່ເຕັມໄປດ້ວຍ ຄວາມໝາຍສໍາຄັນບັນດາ ສະຫາຍ ຜູ້ແທນທີ່ເຂົ້າຮ່ວມ ຈະໄດ້ຮັບຟັງ ແລະ ປະກອບຄໍາຄິດ-ຄໍາເຫັນ ຕໍ່ຮ່າງລາຍງານການເມືອງ ຄັ້ງທີ VII, ແຜນພັດທະນາເສດຖະກິດ – ສັງຄົມ 05 ປີ 2025 – 2029 ໂດຍສະເພາະຈາກຕາງໜ້າຂົງເຂດ ປກຊ-ປກສ, ຂົງເຂດແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ຄອບຄົວຕົວແບບດ້ານກະສິກໍາ, ຂົງເຂດວັດທະນະທໍາ-ສັງຄົມ, ຂົງເຂດເສດຖະກິດ ແລະ ຜ່ານຮ່າງບົດສໍາຫຼວດການນໍາພາ-ຊີ້ນຳລວມ ຂອງອົງຄະນະພັກເມືອງ ຊຸດທີ VII. ທີ່ສໍາຄັນແມ່ນຈະໄດ້ດໍາເນີນການປ່ອນບັດເລືອກເອົາ ຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອສືບຕໍ່ນໍາພາ-ຊີ້ນໍາ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ປະກົດຜົນເປັນຈິງ, ພ້ອມທັງເລືອກເອົາຜູ້ແທນສົມບູນ, ສໍາຮອງ ໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງຄຳມ່ວນ ແລະ ຮັບຟັງການໂອ້ລົມຈາກຄະນະພັກຂັ້ນເທິງ. ກອງປະຊຸມດັ່ງກ່າວຈະໄດ້ດຳເນີນໄປເປັນເວລາ 2 ວັນ, ແຕ່ວັນທີ 25-26 ມີນາ 2025 ຈິ່ງຈະສໍາເລັດ.






