ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງຊຽງເງິນ ແຂວງຫລວງພະບາງ ຄັ້ງທີ VII ໄຂຂຶ້ນໃນຂອງວັນທີ 7 ເມສາ 2025 ໂດຍມີ ສະຫາຍ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຫລວງພະບາງ ພ້ອມດ້ວຍຜູ້ແທນສົມບູນ 103 ສະຫາຍ ຍິງ 10 ສະຫາຍ, ທີ່ເປັນຕົວແທນໃຫ້ສະມາຊິກພັກ 2.138 ສະຫາຍ ໃນທົ່ວອົງຄະນະພັກເມືອງ ເຂົ້າຮ່ວມ.
ສະຫາຍ ສົມແວວເພັດ ດວງປະສິດ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆຊຽງເງິນ ໄດ້ກ່າວວ່າ: ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ VII ນີ້ ອົງຄະນະພັກ, ອົງການປົກຄອງທຸກຂັ້ນ ແລະ ປະຊາຊົນບັນດາເຜົ່າພາຍໃນເມືອງ ໄດ້ສ້າງຂະບວນການອັນພົ້ນເດັ່ນໃນຫລາຍດ້ານ ຢ່າງຕໍ່ເນື່ອງ ໂດຍຕິດພັນກັບຂະບວນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ “ຮັກຊາດ ແລະພັດທະນາ” ຍູ້ແຮງຂະບວນການ 3 ສ້າງເຂົ້າສູ່ລວງເລິກ, ສ້າງບ້ານພັດທະນາ, ວຽກງານແກ້ໄຂຄວາມທຸກຍາກ, ສ້າງບ້ານໃຫຍ່ກາຍ ເປັນຕົວເມືອງນ້ອຍໃນຊົນນະບົດ ແລະ ຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ. ອັນສໍາຄັນ ໄດ້ດໍາເນີນການສຳຫລວດກວດກາ ຕີລາຄາການເຄື່ອນໄຫວນຳພາ-ຊີ້ນຳຂອງຄະນະພັກ ຢ່າງຮອບດ້ານ ຕິດພັນກັບການປັບປຸງປົວແປງພາຍໃນພັກ ຢ່າງເລິກເຊິ່ງ, ຕາມກົດລະບຽບຂອງພັກ ພ້ອມທັງໄດ້ເສີມຂະຫຍາຍ ປະຊາທິປະໄຕ ພາຍໃນພັກ ແລະ ໃນສັງຄົມດ້ວຍການສ້າງໂອກາດ, ສ້າງເງື່ອນໄຂໃຫ້ສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນດາເຜົ່າ ໄດ້ຄົ້ນຄວ້າປະກອບຄວາມເຫັນ ຕໍ່ເນື້ອໃນຂອງບັນດາເອກະສານ ທີ່ຈະນໍາສະເໜີລາຍງານ ແລະ ຮັບຮອງເອົາໃນກອງປະຊຸມໃຫຍ່ ພິເສດໄດ້ຈັດຕັ້ງການທາບທາມຄວາມເຫັນທັງທາງກວ້າງ ແລະ ທາງເລິກ ຕໍ່ບຸກຄະລາກອນ ທີ່ຈະສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກເມືອງ ຄັ້ງທີ VII.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງຊຽງເງິນ ຄັ້ງນີ້ ພາຍໃຕ້ຄຳຂວັນ “ຍົກສູງຄວາມສາມາດນຳພາ ຂອງອົງຄະນະພັກ, ພັດທະນາວຽກງານກະສິກໍາ ຕິດພັນກັບການທ່ອງທ່ຽວ, ບືນຕົວຂຶ້ນກຸ້ມຕົນເອງທາງດ້ານງົບປະມານ, ສູ້ຊົນກ້າວຂຶ້ນເປັນເມືອງເຂັ້ມແຂງຮອບດ້ານ” ພ້ອມທັງຮັບຟັງ ແລະ ປະກອບຄວາມເຫັນ ທັງພິຈາລະນາຮັບຮອງເອົາລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສໍາຫລວດການນໍາພາລວມ ຂອງຄະນະບໍລິຫານງານພັກເມືອງ ສະໄໝທີ VI, ພ້ອມທັງດໍາເນີນການປ່ອນບັດເລືອກຕັ້ງ ເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອສືບຕໍ່ຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນທີ່ວາງໄວ້ ໃຫ້ສຳເລັດຜົນ ແລະ ຈະໄດ້ຄັດເລືອກເອົາຜູ້ແທນສົມບູນ ຕາງໜ້າອົງຄະນະພັກເມືອງ ໄປຮ່ວມກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ແຂວງຫລວງພະບາງ ຄັ້ງທີ IX ຕື່ມອີກ.
ຂ່າວ-ພາບ: ອາພຸດເດດ ບຸບຜາ





