ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຄຳມ່ວນ ຄັ້ງທີ 11

Sep 29, 2025

ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກແຂວງຄຳມ່ວນ ຄັ້ງທີ 11 ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 29 ກັນຍາ 2025 ທີ່ຫໍປະຊຸມໃຫ່ຍຂອງແຂວງ ພາຍໃຕ້ການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ. ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ພ້ອມດ້ວຍແຂກຮັບເຊີນ ແລະ ຜູ້ແທນສົມບູນ 385 ສະຫາຍ, ຍິງ 51 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໜົດໃນທົ່ວແຂວງ 23.464 ສະຫາຍ. ຍິງ 6.578 ສະຫາຍ.

May be an image of 1 person

ສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ມີຄຳເຫັນໄຂກອງປະຊຸມວ່າ: ກອງປະຊຸມໃຫ່ຍຄັ້ງນີ້, ຈະໄດ້ຄົ້ນຄ້ວາ ແລະ ຮັບຮອງເອົາຮ່າງບົດລາຍງານການເມືອງ ແລະ ຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 10 ຂອງແຂວງ, ຊຶ່ງເປັນເອກະສານສຳຄັນຕົ້ນຕໍທີ່ສ່ອງແສງໃຫ້ເຫັນຜົນງານການນຳພາ-ຊີ້ນຳຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 10 ຂອງອົງຄະນະພັກແຂວງໃນໄລຍະ 5 ປີຜ່ານມາ ແລະ ໄດ້ກຳນົດທິດທາງ 5 ປີຕໍ່ໜ້າ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກເຂົ້າສູ່ຊີວິດຕົວຈິງໃຫ້ບັນລຸຜົນສຳເລັດຕາມຄາດໝາຍວາງໄວ້. ກອງປະຊຸມໃຫຍ່ຍັງຈະໄດ້ຄົ້ນຄ້ວາ ແລະ ຮັບຮອງເອົາຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກແຂວງໃນໄລຍະ 5 ປີຜ່ານມາ, ພ້ອມທັງຈະໄດ້ດຳເນີນການເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ເພື່ອສືບຕໍ່ນຳພາ-ຊີ້ນຳຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງອົງຄະນະພັກແຂວງໃຫ້ມີຜົນສຳເລັດ, ເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສຳຮອງເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 12 ຂອງພັກ.
May be an image of dais and text
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຄຳມ່ວນ ຄັ້ງທີ 11 ພາຍໃຕ້ຄຳຂັວນ “ຮັບປະກັນໃຫ້ທຸກຂັ້ນນຳພາ-ຄຸ້ມຄອງເຂັ້ມແຂງໜັກແໜ້ນ ນຳໃຊ້ທຸກທ່າແຮງບົ່ມຊ້ອນ ພັດທະນາເສດຖະກິດກະສິກຳ-ອຸດສາຫະກຳປຸງແຕ່ງ ການບໍລິການ ແລະການທ່ອງທ່ຽວໃຫ້ເຂັ້ມແຂງ, ທັນສະໄໝສີຂຽວ ແລະ ຍືນຍົງ ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າໃຫ້ທົ່ວເຖິງໜັກແໜ້ນ”. ກອງປະຊຸມໃຫຍ່ ຍັງຈະໄດ້ຮັບກຽດຟັງການໂອ້ລົມຈາກສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ເພື່ອເປັນເຂັມຊີ້ທິດເຍືອງທາງການນໍາພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍ ຄັ້ງທີ 11 ຂອງອົງຄະນະພັກແຂວງຄຳມ່ວນໃນຕໍ່ໜ້າໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.
ຂ່າວ: ອຳໄພວັນ ວົງອຳທອນ
ພາບ: ປະຊາຊົນ