ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຂກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກເມືອງປາກອູ ຄັ້ງທີ IX

Feb 27, 2025

ໄຂກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກເມືອງປາກອູ ຄັ້ງທີ IX
ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງປາກອູ ແຂວງຫຼວງພະບາງ ຄັ້ງທີ IX ໄດ້ໄຂຂື້ນ ໃນຕອນເຊົ້າຂອງວັນທີ່ 27 ກຸມ ພາ 2025, ທີ່ສະໂມສອນຂອງເມືອງ. ໂດຍມີ ສະຫາຍ ວົງສະຫວັນ ເທບພະຈັນ ຮອງເລຂາຄະນະບໍລິຫານງານພັກແຂວງ ປະ ທານສະພາປະຊາຊົນແຂວງຫລວງພະບາງ, ພ້ອມດ້ວຍຜູ້ແທນຮັບເຊີນ ແລະຜູ້ແທນສົມບູນ ຈຳນວນ 117 ສະຫາຍ ຍີງ 16 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ ໃນທົ່ວເມືອງ 1,534 ສະຫາຍ ເຂົ້າຮ່ວມ.
ສະຫາຍ ແກ່ນຄຳ ຄຳພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງປາກອູ ໄດ້ກ່າວໄຂກອງປະຊຸມວ່າ: ກອງປະຊຸມໃຫຍ່ໃນຄັ້ງນີ້ ຈະໄດ້ຕີລາຄາຍົກໃຫ້ເຫັນຜົນງານ ທີ່ອົງຄະນະພັກເມືອງຍາດມາໄດ້ ໃນການຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນ, ຍົກໃຫ້ເຫັນດ້ານອ່ອນ, ຂໍ້ຄົງຄ້າງ ແລະສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດບັນດາມະຕິ ແລະກຳນົດວິທີການແກ້ໄຂໃນຕໍ່ໜ້າ, ພ້ອມນັ້ນ ຈະໄດ້ປະກອບຄຳເຫັນ ແລະພິຈາລະນາຮັບຮອງ ເອົາບົດລາຍງານການເມືອງ, ແຜນພັດ ທະນາເສດຖະກິດ-ສັງຄົມ ພ້ອມທັງດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອສືບຕໍ່ຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນ ທີ່ວາງໄວ້ໃຫ້ສຳເລັດຜົນ ແລະຈະໄດ້ຄັດເລືອກເອົາຜູ້ແທນສົມບູນ ຕາງໜ້າອົງຄະນະພັກເມືອງປາກອູ ໄປຮ່ວມກອງປະຊຸມໃຫ່ຍຜູ້ແທນ ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງພະບາງ ຕື່ມອີກ.
ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງປາກອູ ຄັ້ງທີ IX ຈະດຳເນີນເປັນເວລາໜື່ງວັນເຄີ່ງ ພາຍໃຕ້ ຄໍາຂວັນ: “ເພີ່ມທະວີຄວາມເປັນແບບຢ່າງນຳໜ້າ ໃນການນຳພາຂອງອົງຄະນະພັກ ເຂົ້າໃນການພັດທະນາເມືອງປາກອູໃຫ້ມີຄວາມເຂັ້ມແຂງທາງດ້ານການພະລິດກະສິກຳ-ຫັດຖະກຳ ຕິດພັນກັບ ການທ່ອງທ່ຽວທຳມະຊາດ ແລະ ວັດທະນະທຳ”.
ພາຍຫຼັງກ່າວໄຂກອງປະຊຸມ, ສະຫາຍ ແກ່ນຄຳ ຄຳພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງປາກອູ ໄດ້ສືບຕໍ່ຜ່ານຮ່າງລາຍງານການເມືອງ ຍົກໃຫ້ເຫັນຜົນສຳເລັດ ຂອງການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິ VIII ຂອງອົງຄະນະພັກແຂວງ ແລະມະຕິ VIII ຂອງອົງຄະນະພັກເມືອງແຕ່ປີ 2020-2024, ຜ່ານການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ ຂອງພັກປະຊາຊົນປະຕິວັດລາວ ໃນໄລຍະ 40 ກ່ວາປີຜ່ານມາ ບົດບາດນໍາພາຂອງພັກ ແລະຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ພັກ ໄດ້ຮັບການເຊີດຊູຂຶ້ນຢ່າງບໍ່ຢຸດຢັ້ງ ໃນທຸກຂົງເຂດວຽກງານ, ພື້ນຖານເສດຖະກິດ ຂະຫຍາຍຕົວຢ່າງຕໍ່ເນື່ອງ ດ້ວຍຈັງຫວະສະເລ່ຍ 3,61% ຕໍ່ປີ, ມີເງື່ອນໄຂພັດທະນາ ໃນຂົງເຂດ ວັດທະນະທຳ-ສັງຄົມ ໃນຫຼາຍດ້ານ ໂດຍສະເພາະ ດ້ານຊັບພະຍາກອນມະນຸດ, ວັດທະນະທໍາໄດ້ ຮັບການອະນຸລັກຮັກສາ ແລະພັດທະນາ ບົນພື້ນຖານການເຂົ້າ ຮ່ວມຂອງປະຊາຊົນບັນດາເຜົ່າ ເປັນຢ່າງດີ.
ຈາກນັ້ນ ຜູ້ແທນກອງປະຊຸມ ໄດ້ຮັບຟັງການຜ່ານແຜນພັດ ທະນາເສດຖະກິດ-ສັງຄົມ ແລະຮັບຟັງການປະກອບຄຳເຫັນຈາກບັນດາຕົວແບບແຕ່ລະດ້ານ, ຮັບຟັງການຜ່ານບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານພັກເມືອງ ຊຸດທີ່ VIII ແລະດໍາເນີນການປ່ອນບັດເລືອກຕັ້ງ ເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ຕື່ມອີກ.
ຂ່າວ: ອາພຸດເດດ ບຸບຜາ, ພາບ: ດາວອນ ມະນີວັນ-ທະນູສີນ ອິດທິພົນ