ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງລອງ ແຂວງຫລວງນໍ້າທາ ຄັ້ງທີ X ໄຂຂຶ້ນໃນວັນທີ 4 ມີນາ 2025 ໂດຍການເຂົ້າຮ່ວມຂອງ ສະຫາຍ ວຽງສະຫວັດ ສີພັນດອນ ກໍາມະ ການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຫລວງນໍ້າທາ.
ກອງປະຊຸມໃຫຍ່ຄັ້ງນີ້, ຈະໄດ້ສຸມໃສ່ ສະຫລຸບຕີລາຄາການຈັດ ຕັ້ງປະຕິບັດໜ້າທີ່ການເມືອງໃນໄລຍະ 5 ປີຜ່ານມາຢ່າງຮອບດ້ານ, ພາວະວິໄສກ່ຽວກັບດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ເພື່ອຖອນເປັນບົດຮຽນ ແກ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ 5 ປີຕໍ່ໜ້າ. ນອກນີ້, ຈະໄດ້ຄົ້ນຄວ້າ, ກຳນົດທິດທາງ, ຄາດໝາຍ- ສູ້ຊົນ ແລະ ໜ້າທີ່ຕົ້ນຕໍ່ໃນການປັບປຸງລະບົບການເມືອງ, ການປົກປັກຮັກສາ, ສ້າງສາພັດທະນາເສດຖະກິດ-ສັງຄົມ ແລະ ການພັດທະນາໂຄງລ່າງພື້ນຖານ.
ໃນໄລຍະ 5 ປີຜ່ານມາ, ເສດຖະກິດຂອງເມືອງລອງ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ, ໃນລະ ດັບສະເລ່ຍ 11,8%, ລື່ນຄາດໝາຍ 2,8% ລາຍຮັບສະເລ່ຍໄດ້ 1.513 ໂດລາສະຫະລັດຕໍ່ຄົນຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ 3.751 ຕື້ກີບ, ອັດຕາການເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນ 11,5 % ໃນປີ 2024 ໃນນີ້, ຂະແໜງກະສິກຳຂະຫຍາຍຕົວ 12,6% ຂະແໜງອຸດສາຫະກຳຂະຫຍາຍຕົວ 10,7% , ຂະແໜງບໍລິການ ຂະຫຍາຍຕົວ 9,2% , ສ່ວຍສາ ອາກອນ ແລະ ຄຸ້ມຄອງຊັບສິນແຫ່ງລັດ ຂະຫຍາຍຕົວ 1,4%. ສຳລັບວຽກງານກະສິກຳ-ປ່າໄມ້ ການຜະລິດເຂົ້າ ມີເນື້ອທີ່ປູກເຂົ້າ 2.583 ເຮັກຕາ ຜົນຜະລິດໄດ້ 52.767 ໂຕນ ສະເລ່ຍໃສ່ຫົວຄົນໄດ້ 199 ກິໂລກຣາມຕໍ່ປີ, ເທົ່າກັບ 84%, ເນື້ອທີ່ປູກພືດ ເປັນສະບຽງອາຫານ 1.168 ເຮັກຕາ, ການປູກພືດເປັນສິນຄ້າ ໄດ້ 2.924.737 ໂຕນ, ລື່ນແຜນ 66% ແລະ ອື່ນໆ.
ກອງປະຊຸມຄັ້ງນີ້ ຍັງຈະໄດ້ເລືອກຕັ້ງເອົາຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນເຂົ້າໃນຄະນະບໍລິຫານງານພັກເມືອງ ສະໄໝທີ X, ເລືອກຕັ້ງເອົາຜູ້ແທນໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງໃນຕໍ່ໜ້າ ພ້ອມທັງຮັບຟັງ ການໂອ້ລົມຈາກຄະນະພັກຂັ້ນເທິງ ເພື່ອເປັນການຊີ້ທິດເຍືອງທາງ ໃຫ້ແກ່ການຈັດຕັ້ງປະຕິບັດໜ້າທີ່ການເມືອງ ຂອງຄະນະພັກ ສະໄໝທີ X ຕື່ມອີກ.
ຂ່າວ: ສົມພອນ ຂຸນດາວົງ





