ໄຂກອງປະຊຸມໃຫຍ່ ຄັ້ງທີ IX ອົງຄະນະພັກເມືອງບາຈຽງຈະເລີນສຸກ

ກອງປະຊຸມໃຫຍ່ ຄັ້ງທີ IXອົງຄະນະພັກເມືອງບາຈຽງຈະເລີນສຸກ, ແຂວງ ຈຳປາສັກ ໄດ້ໄຂຂຶ້ນໃນວັນທີ 27 ມັງກອນ 2025 ທີ່ສະໂມສອນເມືອງ ໂດຍມີ ສະຫາຍ ອາລຸນໄຊ ສູນນະລາດ, ກໍາມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໆຈຳປາສັກ ພ້ອມດ້ວຍສະຫາຍຮອງເລຂາພັກແຂວງ,ຄະນະປະຈຳພັກແຂວງ, ສະຫາຍ ສົມລິດ ປັນທະບົວສີ ກຳມະການພັກແຂວງ,ເລຂາຄະນະພັກເມືອງ,ເຈົ້າເມືອງບາຈຽງຈະເລີນສຸຸກ,ມີແຂກເຊີນການນຳ,ອະດີດການນຳແຂວງ,ນະຄອນ,ເມືອງ,ຜູ້ແທນສົມບູນເຊິ່ງເປັນຕົວແທນໃຫ້ສະມາຊິກພັກ ໃນທົ່ວເມືອງ ບາຈຽງເຂົ້າຮ່ວມ 185 ສະຫາຍ.
ສະຫາຍ ສົມລິດ ປັນທະບົວສີ ກຳມະການພັກແຂວງ,ເລຂາຄະນະພັກເມືອງ,ເຈົ້າເມືອງບາຈຽງຈະເລີນສຸຸກ. ກ່າວໄຂກອງປະຊຸມວ່າ: ຕະຫລອດ ໄລຍະ 5 ປີ ຜ່ານມາ, ທົ່ວເມືອງມີສະຖຽນລະພາບທາງດ້ານການເມືອງອັນໜັກແໜ້ນ, ທົ່ວສັງຄົມມີຄວາມ ສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດສັງຄົມ ມີການພັດທະນາດ້ວຍບາດກ້າວ ແລະ ຖ່ວງທ່າໄໝ, ປະຊາ ຊົນບັນດາເຜົ່າມີຄວາມສາມັກຄີປອງດອງເປັນປຶກແຜ່ນ, ທັງມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ສິດເສລີພາບ ແລະ ປະຊາ ທິປະໄຕຂອງພົນລະເມືອງ ໄດ້ຮັບການເສີມຂະຫຍາຍ, ຊີວິດການເປັນຢູ່ທາງດ້ານວັດ ຖຸ ແລະ ຈິດໃຈ ໄດ້ຮັບການປັບ ປຸງຍົກລະດັບດີຂຶ້ນເປັນກ້າວໆ.
ກອງປະຊຸມຄັ້ງນີ້ ມີຄວາມສໍາຄັນຍິ່ງ ເຊິ່ງຈະໄດ້ພິຈາລະນາຕົກລົງຮັບຮອງເອົາທິດທາງ, ຄາດໝາຍສູ້ຊົນ, ແຜນວຽກຮອບດ້ານ ສໍາລັບການນໍາພາເມືອງກ້າວຂຶ້ນສູ່ຄວາມເຂັ້ມແຂງ, ນໍາເອົາຄວາມຢູ່ດີກິນດີມາໃຫ້ປະຊາຊົນ; ພ້ອມດຽວກັນນັ້ນ ກໍ່ຈະໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອສືບຕໍ່ນໍາພາ ພາລະກິດປະ ຕິວັດ ໃຫ້ກ້າວຂຶ້ນຢ່າງຕໍ່ເນື່ອງ ໜັກແໜ້ນ ສູ່ຈຸດໝາຍທີ່ວາງໄວ້. ທັງໝົດນັ້ນແມ່ນໜ້າທີ່ສໍາຄັນ ທີ່ກອງປະ ຊຸມໃຫຍ່ຂອງພວກເຮົາຄັ້ງນີ້ ຕ້ອງປະຕິບັດດ້ວຍຄວາມຮັບ ຜິດຊອບສູງ ແລະ ໃຫ້ມີຜົນສໍາເລັດຢ່າງຈົບງາມ.
ສະນັ້ນ, ຈິ່ງຮຽກຮ້ອງມາຍັງຜູ້ແທນກອງປະຊຸມທຸກສະຫາຍ ຈົ່ງເຊີດຊູຄວາມເປັນເຈົ້າການ ແລະ ຄວາມຮັບຜິດ ຊອບສູງ, ສຸມທຸກສະຕິປັນຍາເຂົ້າໃສ່ໃນການຄົ້ນຄວ້າ, ຕົກລົງບັນຫາສໍາຄັນໃຫ້ເລິກເຊິ່ງ ຖືກຕ້ອງ ປະກອບສ່ວນໃຫ້ກອງ ປະຊຸມໃຫຍ່ຄັ້ງນີ້ ດໍາເນີນໄປດ້ວຍຄວາມສາມັກຄີເປັນເອກະພາບອັນໜັກແໜ້ນ ແລະ ມີຜົນສໍາເລັດຕາມລະດັບຄາດໝາຍ.
ສະຫາຍ ອຳນວຍ ເຮືອງວົງສາ ຮອງເລຂາພັກເມືອງບາຈຽງ ໄດ້ຜ່ານຮ່າງບົດລາຍງານ ການເມືອງ ທັງ 2 ພາກ, ສະຫາຍ ຄຳກິ່ງແກ້ວ ປັດທຳມະວົງ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໄດ້ຜ່ານ ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີຕໍ່ໜ້າ. ຈາກນີ້ບັນດາຫ້ອງການ,ຮາກຖານພັກ,ຫົວໜ່ວຍການຜະລິດທຸລະກິດ,ຄອບຄົວຕົວແບບດີເດັ່ນຈາກກຸ່ມ,ບ້ານຕ່າງໆ ກໍມີຄຳເຫັນ ນໍາເອົາຜົນງານໄຊຊະນະຂອງຕົນທີ່ຍາດໄດ້ມາເອກອ້າງ ຊົມເຊີຍຕໍ່ກອງປະຊຸມໃຫຍ່ໃຫ້ມີເນື້ອໃນຄວາມໝາຍ, ຄວາມສຳຄັນຢ່າງ ເລິກເຊິ່ງ.
ກອງປະຊຸມຄັ້ງນີ້ ຈະດຳເນີນໄປເປັນເວລາ 2 ວັນຈິ່ງຈະສພເລັດ.
Cr. ເກດສະໜາ ແກ້ວສຸວັນນະແສງ






