ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຂກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ເມືອງນໍ້າບາກ ຄັ້ງທີ X

Jan 13, 2025

ເມືອງນໍ້າບາກ ເປັນເມືອງທໍາອິດຂອງແຂວງ ຫຼວງພະບາງ ທີ່ໄດ້ຈັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ເມືອງນໍ້າບາກ ຄັ້ງທີ X ວັນທີ 13 ມັງກອນ 2025 ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການເປັນປະທານຂອງສະຫາຍ ສົມຫວັງ ພອນຄໍາວົງສາ ກໍາມະການພັກແຂວງ ເລຂາພັກເມືອງ ,ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫຼວງພະບາງ, ມີຄະນະປະຈໍາພັກແຂວງ, ກໍາມະການພັກເມືອງ, ເລຂາໜ່ວຍພັກອ້ອມຂ້າງເມືອງ ແລະອະດິດ ພະນັງານການນໍາ, ແຂກຮັບເຊີນ ພ້ອມດ້ວຍຜູ້ແທນສະມາຊິກພັກຈາກຮາກຖານບ້ານໃນທົ່ວເມືອງເຂົ້າຮ່ວມ.
ສະຫາຍ ສົມຫວັງ ພອນຄໍາວົງສາ ກໍາມະການພັກແຂວງ ເລຂາພັກເມືອງ ກ່າວເປີດກອງປະຊຸມຄັ້ງນີ້ວ່າ: ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງ ຄັ້ງທີ X ຈະໄດ້ຄົ້ນຄ້ວາ ແລະຮັບຮອງເອົາຜົນສໍາເລັດການນໍາພາປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ໃນໄລຍະ 5 ປີຜ່ານມາ ແລະ ຮັບຮອງເອົາລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງ 5 ປີຕໍ່ໜ້າ (2025-2029) ແລະ ບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກເມືອງ, ພ້ອມກັນນັ້ນ ກໍຈະໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອສືບຕໍ່ ນໍາພາ-ຊີ້ນໍາ ພາລະກິດໃນການປົກປັກຮັກສາ ແລະ ສ້າງສາພັດທະນາເມືອງນໍ້າບາກ ໃຫ້ກ້າວຂຶ້ນເປັນເມືອງເຂັ້ມແຂງຮອບດ້ານ. ຈາກນັ້ນ ກໍຈະໄດ້ຮັບຟັງການຊີ້ນໍາຈາກການນໍາຂອງແຂວງ ລະການໂອ້ລົມຂອງ ສະຫາຍ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ ເລຂາພັກແຂວງຫຼວງພະບາງຕື່ມອີກ.
ກອງປະຊຸມ ຈະໄດ້ດໍາເນີນຮອດວັນທີ 14 ມັງກອນ 2025 ຈິ່ງສໍາເລັດ.
ຂ່າວ: ເພັດສາຄອນ ສິມມະວົງ