ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຂກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງແກ້ວອຸດົມ ຄັ້ງທີ VIII

Mar 20, 2025

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງແກ້ວອຸດົມ, ແຂວງວຽງຈັນ ຄັ້ງທີ VIII ໄຂຂຶ້ນຢ່າງເປັນທາງການໃນວັນທີ 19 ມີນາ 2025 ໂດຍການເຂົ້າຮ່ວມຂອງ ສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງວຽງຈັນ.
ສະຫາຍ ວິລະວຸດ ປະກິດ ເລຂາພັກເມືອງ ເຈົ້າເມືອງແກ້ວອຸດົມໄດ້ກ່າວເປີດກອງປະຊຸມວ່າ: ກອງປະຊຸມຄັ້ງນຄ້ຈະໄດ້ຜ່ານບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ, ບົດສຳຫຼວດການນຳພາລວມ ເພື່ອສະຫຼຸບຜົນງານການເຄື່ອນໄຫວ 5 ປີຜ່ານມາ ແລະ ກຳນົດທິດທາງ, ວິທີແກ້ໄຂທີ່ຖືກຕ້ອງໃນຕໍ່ໜ້າ ພ້ອມກັນນັ້ນ; ຈະໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງແກ້ວອຸດົມ ຊຸດທີ VIII ເພື່ອນຳພາ-ຊີ້ນຳເມືອງແກ້ວອຸດົມ, ໃຫ້ມີການພັດທະນາໃນທຸກດ້ານ ຢ່າງໜັກແໜ້ນ, ມີບາດ ກ້າວໃໝ່, ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ສະຫາຍ ເລຂາພັກເມືອງ ກ່າວອີກວ່າ: ຈຸດປະສົງ ແລະ ລະ ດັບຄາດໝາຍ ຂອງກອງປະຊຸມແມ່ນມີຄວາມໝາຍສໍາຄັນຫຼາຍ ດັ່ງນັ້ນເຊື່ອໝັ້ນວ່າ ບັນດາສະຫາຍຈະຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ເສີມຂະຫຍາຍປະຊາທິປະໄຕ ຢ່າງກວ້າງ ຂວາງ, ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າປະກອບຄຳຄິດຄຳເຫັນ ກ້າວໄປເຖິງຄວາມເປັນເອກະພາບສູງ ເຮັດໃຫ້ກອງປະຊຸມໃນຄັ້ງນິ້ ມີເນື້ອໃນຄົບຖ້ວນ ແລະ ບັນລຸຜົນສຳເລັດຢ່າງມີປະສິດທິ ຜົນສໍາເລັດທຸກໜ້າທີ່ວຽກງານທຸກປະການ.
ກອງປະຊຸມດັ່ງກ່າວຈະດຳເນີນເປັນເວລາສອງວັນຈຶ່ງສຳເລັດ.
ທີ່ມາ: ຂ່າວ ແຂວງວຽງຈັນໂພສ