ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຂກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກນະຄອນ ຫຼວງພະບາງ ຄັ້ງທີ VIII

Mar 24, 2025

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກນະຄອນຫຼວງພະບາງ ຄັ້ງທີ VIII ໄຂຂື້ນໃນຕອນເຊົ້າຂອງວັນທີ່ 24 ມີນາ 2025 ນີ້ ມີ ສະຫາຍ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ເຈົ້າແຂວງຫຼວງພະບາງ, ພ້ອມດ້ວຍຜູ້ແທນຮັບເຊີນ ແລະຜູ້ແທນສົມບູນ ຈຳນວນ 211 ສະຫາຍ, ຍີງ 33 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ ໃນທົ່ວນະຄອນ 3,272 ເຂົ້າຮ່ວມ.
ສະຫາຍ ວຽງທອງ ຫັດສະຈັນ ກຳມະການປະຈຳພັກແຂວງ ເລຂາຄະນະບໍລິຫານງານພັກ ເຈົ້ານະຄອນ ຫຼວງພະບາງ ໄດ້ກ່າວໄຂກອງປະຊຸມວ່າ: ກອງປະຊຸມໃຫຍ່ຄັ້ງນີ້ ຜູ້ແທນກອງປະຊຸມ ຈະໄດ້ສຸມໃສ່ພິຈາລະນາ ແລະຮັບຮອງເອົາບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ, ບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກນະຄອນ ຊຸດທີ VII; ການປະກອບຄໍາເຫັນຈາກບັນດາບັນດາຫ້ອງການ, ຮາກຖານບ້ານ, ຫົວໜ່ວຍທຸລະກິດ ແລະຄອບຄົວຕົວແບບ; ພ້ອມທັງ ດໍາເນີນ ການເລືອກຕັ້ງ ເອົາຄະນະບໍລິຫານງານພັກນະຄອນ ຊຸດທີ VIII ແລະເລືອກເອົາຜູ້ແທນສົມບູນ-ສຳຮອງ ເພື່ອເຂົ້າຮ່ວມກອງປະ ຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ແລະຈະໄດ້ຮັບຟັງການໂອ້ລົມຈາກ ການນໍາຂອງແຂວງ ເພື່ອເປັນທິດຊີ້ນໍາອັນສໍາຄັນໃຫ້ແກ່ ຄະນະບໍລິຫານງານພັກນະຄອນຊຸດໃໜ່ ແລະຜູ້ແທນກອງປະຊຸມ ເພື່ອສືບຕໍ່ປະຕິບັດໜ້າທີ່ວຽກງານ ກໍ່ຄືການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ປະກົດຜົນເປັນຈິງ.
ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກນະຄອນ ຫຼວງພະບາງ ຄັ້ງທີ VIII ຈະດໍາເນີນເປັນເວລາ 2 ວັນ ພາຍໃຕ້ຄຳຂັວນ: “ຍົກ ສູງບົດບາດການນໍາພາຂອງພັກ ສຸມທຸກກໍາລັງແຮງສັງລວມ ພັດ ທະນາຮອບດ້ານ, ປົກປັກຮັກສາເມືອງມໍລະດົກໂລກ ໃຫ້ຍືນຍົງ, ສີຂຽວ, ພັດທະນາການທ່ອງທ່ຽວ ໃຫ້ມີຄຸນນະພາບ ກ້າວສູ່ນະຄອນ ອັດສະລິຍະ”.
ຂ່າວ: ອາພຸດເດດ ບຸບຜາ
ພາບ: ທະນູສີນ ອິດທິພົນ ແລະດາວອນ ມະນີວັນ