ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຂກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກນະຄອນປາກເຊ ຄັ້ງທີ VIII

Mar 28, 2025

ວັນທີ​ 28 ມີນາ 2025 ນີ້,​ ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກນະຄອນປາກເຊ ຄັ້ງທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ສະ ໂມສອນຂອງນະຄອນ ໂດຍການໃຫ້ກຽດເຂົ້າຮ່ວ​ມເປັນປະທານຂອງສະຫາຍ ອາລຸນໄຊ ສູນນະລາດ ກໍາມະ​ການ​ສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆຈຳປາສັກ,
ຮ່າງບົດລາຍງານການເມືອງທັງສອງພາກ​ທີ່ສະເໜີຕໍ່ກອງປະຊຸມຄັ້ງນີ້ ໄດ້ຕີລາຄາໝາກຜົນການນໍາພາ – ຊີ້ນໍາວຽກງານຮອບດ້ານຂອງອົງຄະນະພັກເມືອງໃນ 5 ປີຜ່ານມາ ພ້ອມທັງຜ່ານທິດທາງແຜນການ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມໃນການນໍາພາແຕ່ນີ້ ຫາປີ 2029. 5 ປີ ຜ່ານມາ ເສດຖະກິດຂອງນະຄອນຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລັ່ຍ 9,43%ຕໍ່ປີ ( ແຜນ 10,73% ), ລວມຍອດມູນຄ່າຜະລິດຕະພັນຕາມລາຄາໃນປີປະຕິບັດໄດ້ 18.496,78 ຕື້ກີບ ( ແຜນ 19.239,53 ຕື້ກີບ ) ທຽບໃສ່ໄລຍະດຽວປະຕິບັດ ເພີ້ມຂຶ້ນ 62,24%; ທຽບໃສ່ແຜນປະຕິບັດໄດ້ 96,14%,ລາຍຮັບສະເລັ່ຍຕໍ່ຫົວຄົນປະຕິ ບັດໄດ້ 42,55 ລ້ານກີບ ຫຼື ເທົ່າກັບ 3.708 ໂດລາສະຫະລັດ, ໃນອັດຕາແລກປ່ຽນ 11.477 ກີບ ( ແຜນ 46,12 ລ້ານກີບ ຫຼື ເທົ່າກັບ 5.765 ໂດລາສະຫະລັດ, ໃນອັດຕາແລກປ່ຽນ 8.000 ກີບ).
ໃນກອງປະຊຸມ, ຜູ້ແທນ​ກອງປະຊຸມ​ຈະໄດ້ຮັບຟັງການປະກອບຄໍາເຫັນຂອງຄະນະພັກຮາກຖານບ້ານ, ຕົວແບບກຸ່ມການຜະລິດສິນຄ້າ, ຄອບຄົວຕົວແບບໃນການດໍາເນີນທຸລະກິດ ແລະ ຮັບຟັງການຜ່ານບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກນະຄອນຕະຫຼອດໄລຍະ 5 ປີຜ່ານມາ.​
ຈາກນັ້ນ,​ ຈະໄດ້ພ້ອມກັນໃຊ້ສິດປະຊາທິປະໄຕດຳເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກນະຄອນປາກເຊຊຸດໃໝ່ ເພື່ອເປັນຫຼັກແຫຼ່ງແກ່ນສານນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກນະຄອນ, ແຜນພັດທະນາເສດຖະກິດ – ສັງຄົມຂອງນະຄອນແຕ່ນີ້ຮອດປີ 2029.​
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກນະຄອນປາກເຊ ຄັ້ງທີ VIII ຈະດຳເນີນໄປເປັນເວລາ 2 ວັນ​ ຄື: ວັນທີ 28 – 29 ມີນາ 2025.