ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງໂພນທອງ ແຂວງຫຼວງພະບາງ ຄັ້ງທີ III ໄຂຂື້ນໃນຕອນເຊົ້າວັນທີ່ 23 ມັງກອນ 2025, ທີ່ສະໂມສອນໃຫຍ່ຂອງເມືອງ. ມີ ສະຫາຍ ຄຳຂັນ ຈັນທະວີສຸກ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຫຼວງພະບາງ, ພ້ອມດ້ວຍ ຜູ້ແທນຮັບເຊີນ ແລະຜູ້ແທນສົມບູນ ທັງໝົດ 85 ສະຫາຍ, ຍິງ 4 ສະຫາຍ, ຜູ້ແທນບົ່ງຕົວ 4 ສະຫາຍ, ທີ່ເປັນຕົວແທນໃຫ້ສະມາຊິກພັກ ຈຳນວນ 1,085 ສະຫາຍ ໃນທົ່ວເມືອງ ເຂົ້າຮ່ວມ.
ສະຫາຍ ບຸນຈັນ ປານຟອງເພັດ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັດເມືອງ ໄດ້ກ່າວໄຂກອງປະຊຸມວ່າ: ຕະ ຫຼອດໄລຍະ 5 ປີ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກເມືອງ, ເຫັນວ່າທົ່ວເມືອງມີສະຖຽນ ລະພາບທາງການເມືອງອັນໜັກແໜ້ນ ສັງຄົມມີຄວາມສະຫງົບ ແລະມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດ-ສັງຄົມ ມີການຂະຫຍາຍ ຕົວດ້ວຍບາດກ້າວໃໝ່, ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງເປັນປຶກແຜ່ນ ທັງມີຄວາມເຊື່ອໝັ້ນຕໍ່ການນໍາ-ພາຂອງພັກ, ສິດເສລີພາບ ແລະປະຊາທິປະໄຕຂອງພົນລະເມືອງ ໄດ້ຮັບການເສີມຂະຫຍາຍ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈ ໄດ້ຮັບການປັບປຸງຍົກລະດັບດີຂຶ້ນເປັນກ້າວໆ, ຖັນແຖວພະນັກງານ, ສະມາຊິກພັກ ໄດ້ຮັບການບຳລຸງກໍ່ສ້າງຫຼາຍຂຶ້ນ ຕິດພັນກັບຂະບວນການວຽກງານຕົວຈິງ.
ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ III ນີ້ ອົງຄະນະພັກ, ອົງການປົກຄອງທຸກຂັ້ນ ແລະປະຊາຊົນບັນດາເຜົ່າພາຍໃນເມືອງ ໄດ້ສ້າງຂະບວນການອັນພົ້ນເດັ່ນໃນຫຼາຍດ້ານ ຢ່າງຕໍ່ເນື່ອງ ໂດຍຕິດພັນ ກັບຂະບວນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ “ຮັກ ຊາດ ແລະ ພັດທະນາ” ຍູ້ແຮງຂະບວນການ 3 ສ້າງ ເຂົ້າສູ່ລວງເລິກ, ສ້າງບ້ານພັດທະນາ, ວຽກງານແກ້ໄຂຄວາມທຸກຍາກ, ສ້າງບ້ານໃຫຍ່ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ແລະ ຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ຕິດພັນກັບການຈັດຕັ້ງປະຕິ ບັດມະຕິ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນ ເອງ ໃນໄລຍະໃໝ່ ແລະມະຕິ ວ່າດ້ວຍສືບຕໍ່ຍູ້ແຮງການຜັນ ຂະຫຍາຍແນວທາງປ່ຽນແປງໃໝ່ ສູ່ລວງເລິກສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະຮອບດ້ານ ໃນການນໍາພາຂອງພັກ ຢ່າງເປັນຮູບປະທຳ.
ໂອກາດນີ້ ສະຫາຍໄດ້ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມທຸກສະຫາຍ ຈົ່ງສຸມສະຕິປັນຍາເຊີດຊູຄວາມເປັນເຈົ້າການ ແລະຄວາມຮັບຜິດຊອບທາງດ້ານການເມືອງໃຫ້ສູງ ເຂົ້າໃນການຄົ້ນຄ້ວາຕົກລົງບັນຫາສໍາຄັນໃຫ້ເລິກເຊິ່ງຖືກຕ້ອງ ເຮັດໃຫ້ກອງປະ ຊຸມໃຫຍ່ຄັ້ງນີ້ ດໍາເນີນໄປດ້ວຍດີ ແລະ ມີຜົນສໍາເລັດຢ່າງຈົບງາມ.
ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງໂພນທອງ ຄັ້ງທີ III ນີ້ ດຳເນີນພາຍໃຕ້ຄໍາຂວັນ: “ຍົກສູງບົດບາດ, ຄວາມສາມາດການນໍາພາຂອງຄະນະພັກ, ເຮັດໃຫ້ເມືອງໂພນທອງ ມີຄວາມ ສະ ຫງົບ, ເສີມຂະຫຍາຍການພົວພັນຮ່ວມມືຮອບດ້ານກັບເມືອງດຽນບຽນ ແຂວງດຽນບຽນ, ເມືອງສົບກົບ ແຂວງເຊີນລາ ສສ ຫວຽດນາມ, ນໍາໃຊ້ເຕັກນິກເຂົ້າໃນການປູກຝັງ-ລ້ຽງສັດ, ຜະລິດເປັນສິນຄ້າ ຕິດພັນກັບການປົກປັກຮັກສາປ່າໄມ້ ແລະສິ່ງແວດລ້ອມຕາມທິດສີຂຽວ-ຍືນຍົງ” ເຊີ່ງຜູ້ແທນກອງປະຊຸມຈະໄດ້ຄົ້ນຄວ້າ ແລະຮັບຮອງເອົາຜົນສໍາເລັດ ການນໍາພາປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ II ໃນໄລຍະ 5 ປີຜ່ານມາ ແລະຮັບ ຮອງເອົາລາຍງານການເມືອງ ແລະແຜນພັດທະນາເສດຖະກິດ- ສັງຄົມຂອງເມືອງ 5 ປີຕໍ່ໜ້າ (2025-2029) ແລະບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກເມືອງ, ພ້ອມກັນນັ້ນ ຈະໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອສືບຕໍ່ ນໍາພາ-ຊີ້ນໍາ ພາລະກິດໃນການປົກປັກຮັກສາ ແລະ ສ້າງສາພັດທະນາເມືອງໂພນທອງ ໃຫ້ກ້າວຂຶ້ນເປັນເມືອງເຂັ້ມແຂງຮອບດ້ານ ໂດຍຈະດຳເນີນເປັນເວລາ 2 ວັນຈິ່ງສຳເລັດ.






