ໄຂກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງຫລາ ຄັ້ງທີ XII

ກອງປະຊຸມໃຫຍ່ ຜູ້ແທນ ອົງຄະນະພັກເມືອງຫລາ ຄັ້ງທີ XII ໄຂຂຶ້ນໃນວັນທີ 6 ກຸມພາ 2025 ທີ່ສະໂມສອນເມືອງດັ່ງກ່າວ ໂດຍການເຂົ້າຮ່ວມຂອງສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສໍາຮອງສູນກາງພັກ, ເລຂາພັກແຂວງ-ເຈົ້າແຂວງອຸດົມໄຊ.
ສະຫາຍ ສົມພາວັນ ສຸດຈະລິດ ວ່າການເລຂາຄະນະບໍລິຫານງານພັກເມືອງ, ວ່າການເຈົ້າເມືອງໆ ຫລາ ໄດ້ກ່າວໄຂກອງປະຊຸມວ່າ: ກອງປະຊຸມໃຫຍ່ຄະນະບໍລິຫານງານພັກເມືອງ ຄັ້ງທີ XII ຈະໄດ້ທົບທວນຕີລາຄາຄືນກ່ຽວກັບການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ຮອບດ້ານທີ່ມີຫຼັກການຂອງພັກ ກໍ່ຄື ການຈັດຕັ້ງປະຕິບັດເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງຄັ້ງທີ XI ເພື່ອຍົກໃຫ້ເຫັນດ້ານຕັ້ງໜ້າ, ຂໍ້ຂາດຕົກບົກພ່ອງ ແລະ ບົດຮຽນທີ່ຖອດຖອນໄດ້ຢ່າງ ພາວະວິໄສ.
ພ້ອມດຽວກັນນັ້ນ, ຈະໄດ້ພ້ອມກັນກໍານົດທິດທາງ, ໜ້າທີ່ໃນສຸມປີຕໍ່ໜ້າ ແຕ່ນີ້ ຮອດປີ 2029. ບັນຫາທີ່ສໍາຄັນ ຜູ້ແທນກອງປະຊຸມໃຫຍ່ຄັ້ງນີ້ ຈະໄດ້ພ້ອມກັນເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອເລືອກເອົາຜູ້ທີ່ມີເງື່ອນໄຂຄົບຖ້ວນ ກໍຄື ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮັບ ຜິດຊອບສູງຕໍ່ໜ້າທີ່ການເມືອງ ເພື່ອແບກຫາບເຮັດຫຼ້ອນໜ້າທີ່ທີ່ກອງປະຊຸມມອບ ໝາຍໃຫ້ໃນໄລຍະ 5 ປີຕໍໜ້າ.
ກອງປະຊຸມໃຫຍ່ ຜູ້ແທນ ອົງຄະນະພັກເມືອງຫລາ ຄັ້ງທີ XII ຈະດໍາເນີນໄປຮອດວັນທີ 7 ກຸມພານີ້ຈິ່ງຈະສໍາເລັດ.
ຂໍ້ມູນ: ວິທະຍຸ-ໂທລະພາບແຂວງອຸດົມໄຊ





