ໄຂກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງປາກແບງ ຄັ້ງທີ XIV

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງປາກແບງ ຄັ້ງທີ XIV ໄຝໄຂຂື້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 13 ກຸມພາ 2025 ທີ່ສະໂມສອນຂອງເມືອງ ໂດຍການເປັນປະທານຂອງ ສະຫາຍ ໄຊຍະສິນ ສຸພັນທອງ ວ່າການ ເລຂາພັກເມືອງ, ວ່າການ ເຈົ້າເມືອງໆປາກແບງ. ມີ ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງອຸດົມໄຊ, ພ້ອມດ້ວຍແຂກຮັບເຊີນ ແລະ ຜູ້ ແທນສົມບູນເຂົ້າຮ່ວມ.
ກອງປະຊຸມ ໄດ້ຜ່ານລາຍງານການເມືອງ ຂອງຄະນະບໍລິຫານງານພັກເມືອງ ສະໄໝທີ XIII ຕໍ່ ກອງປະຊຸມໃຫຍ່ ຜູ້ແທນ ອົງຄະ ນະພັກເມືອງປາກແບງ ຄັ້ງທີ XIV ຕະຫຼອດໄລຍະ 5 ປີ (2020- 2024) ແຫ່ງການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຜ່ານມາ ໂດຍໄດ້ພ້ອມກັນທົບທວນຄືນ ແລະ ສັງເກດຕີລາ ຄາໃຫ້ເຫັນ ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງໃຫ້ຊັດເຈນ ເພື່ອກຳນົດທິດທາງ, ໜ້າທີ່ ແລະ ວິທີ່ການແກ້ໄຂ ໃນ 5 ປີຕໍ່ໜ້າ ບົນພື້ນ ຖານຄວາມເປັນເອກະພາບ, ຄວາມເປັນເຈົ້າການຢ່າງມີຫົວຄິດປະ ດິດສ້າງຂອງທົ່ວພັກ, ທົ່ວປວງຊົນພາຍໃນເມືອງປາກແບງ ໂດຍສະ ເພາະແມ່ນການໝູນໃຊ້ກຳລັງແຮງຈາກຜົນສຳເລັດຜ່ານມາ ແລະ ພ້ອມກັນຂຸດຄົ້ນທຸກທ່າແຮງບົ່ມຊ້ອນທີ່ມີໃນປະຈຸບັນ ນຳ ພາເມືອງປາກແບງ ກ້າວຂຶ້ນເປັນເມືອງເຂັ້ມແຂງຮອບດ້ານໃນອະ ນາຄົດ ດ້ວຍຄຳຂວັນທີ່ວ່າ: “ ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງພັກ, ສຸມທຸກກຳລັງແຮງພັດທະ ນາເມືອງປາກແບງ ໃຫ້ເປັນເມືອງ ການບໍລິການ ແລະ ການທ່ອງ ທ່ຽວ ຕາມກົນໄກ ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ”.
ກອງປະຊຸມ ໄດ້ຜ່ານທິດທາງລວມ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມແຕ່ລະດ້ານ ໃນ 5 ປີຕໍ່ໜ້າ (2025-2029), ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີຂອງເມືອງ, ພ້ອມດຽວ ກັນນີ້ ກອງປະຊຸມຈະໄດ້ກຳນົດທິດທາງ, ໜ້າທີ່ໃນຊຸມປີຕໍ່ໜ້າ ແຕ່ນີ້ຮອດປີ 2029. ພ້ອມນີ້, ຈະໄດ້ເລືອກເອົາຄະນະບໍລິຫານງານພັກເມືອງປາກແບງຊຸດໃໝ່, ເລືອກເອົາຜູ້ທີ່ມີມາດຖານ, ເງື່ອນໄຂ ເພື່ອເປັນຫົວຈັກຫຼັກແຫຼ່ງ ນຳພາຂະບວນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ໃຫ້ປະກົດຜົນເປັນຈິງ.
ກອງປະຊຸມ ຈະໄດ້ດຳເນີນເປັນໄປເວລາ 2 ວັນ ຈິ່ງຈະສຳ ເລັດ.
Cr: ວິທະຍຸ-ໂທລະພາບແຂວງອຸດົມໄຊ





