ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຂກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງໂພນທອງ ຄັ້ງທີ IX​ ຢ່າງເປັນທາງການ

Mar 17, 2025

ວັນທີ​ 17 ມີນາ 2025,​ ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງໂພນທອງ ຄັ້ງທີ IX ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ສະໂມສອນເມືອງ​ ໂດຍການໃຫ້ກຽດເຂົ້າຮ່ວ​ມຂອງສະຫາຍ ອາລຸນໄຊ ສູນນະລາດ ກໍາມະ​ການ​ສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຈຳປາສັກ.
ສະຫາຍ ບຸນທັນ ໄຊຍະແສງ ຮັກສາການເລຂາພັກເມືອງໄດ້ກ່າວວ່າ: ກອງປະຊຸມໃຫຍ່ຄັ້ງນີ້ ຈະໄດ້ທົບທວນຄືນໝາກຜົນການນໍາພາ-ຊີ້ນໍາການພັດທະນາເສດຖະກິດ-ສັງຄົມຂອງເມືອງໃນ5 ປີ ຜ່ານມາ, ພິຈາລະນາຕົກລົງຮັບຮອງເອົາທິດທາງ, ຄາດໝາຍສູ້ຊົນ, ແຜນວຽກຮອບດ້ານ ສໍາລັບການນໍາພາເມືອງໂພນທອງ ກ້າວຂຶ້ນສູ່ຄວາມເຂັ້ມແຂງ, ນໍາເອົາຄວາມຢູ່ດີກິນດີມາໃຫ້ປະຊາຊົນ, ພ້ອມນັ້ນ ຈະໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອສືບຕໍ່ນໍາພາ ພາລະກິດປະຕິວັດ ໃຫ້ກ້າວຂຶ້ນຢ່າງຕໍ່ເນື່ອງ ແລະ​ ໜັກແໜ້ນ ສູ່ຈຸດໝາຍທີ່ວາງໄວ້.
​ ສະຫາຍ ບຸນທັນ ໄຊຍະແສງ ຍັງໄດ້ຜ່ານຮ່າງລາຍງານການເມືອງທັງສອງພາກ​ ໂດຍຕີລາຄາໝາກຜົນການນໍາພາ – ຊີ້ນໍາວຽກງານຮອບດ້ານຂອງອົງຄະນະພັກເມືອງໃນ 5 ປີຜ່ານມາ ພ້ອມທັງຜ່ານທິດທາງແຜນການ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມໃນການນໍາພາແຕ່ນີ້ ຫາປີ 2029.​ ຈາກນັ້ນ,​ ສະຫາຍ ສີສະຫວັນ ວໍລະລາດ ຄະນະປະຈໍາພັກເມືອງຮອງເຈົ້າເມືອງໂພນທອງ ຜ່ານແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງ ທີ VIII (2020 – 2024) ເຊິ່ງເສດຖະກິດຂອງເມືອງ ຍັງສືບຕໍ່ຂະຫຍາຍຕົວ ສະເລ່ຍ 7.2% ຕໍ່ປີ (ແຜນ 7.35% ຕໍ່ປີ), ລວມຍອດຜະລິດ ຕະພັນພາຍໃນ ປະຕິບັດໄດ້ 9,647.25 ຕື້ກີບ, ທຽບໃສ່ແຜນລື່ນ 20.58%, (ແຜນ 8,000.51 ຕື້ກີບ) ສະເລ່ຍຕໍ່ຫົວຄົນໄດ້ 23.12 ລ້ານກີບ ຫຼື ເທົ່າກັບ 1,073.48 ໂດລາສະຫະລັດຕໍ່ຄົນ. ໃນນີ້: ຂະແໜງກະສິກຳ ຂະຫຍາຍຕົວ ສະເລ່ຍ 6.69%, ກວມ 42,52%, ຂະແໜງອຸດສາຫະກຳ ຂະຫຍາຍຕົວ ສະເລ່ຍ 7.22%, ກວມ 52.50%, ຂະແໜງບໍລິການ ຂະຫຍາຍຕົວສະ ເລ່ຍ 9.04%, ກວມ 4.97%.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງໂພນທອງ ຄັ້ງທີ IX ຈະດຳເນີນໄປເປັນເວລາ 2 ວັນ​ ນຶ່ງຈະສໍາເລັດ.
ຂ່າວ-ພາບ: ຈັນທະວີສັກ