ໄຂກອງປະຊຸມໃຫຍ່ ອົງຄະນະພັກເມືອງທ່າພະບາດ ຄັ້ງທີ VII

ກອງປະຊຸມໃຫຍ່ຄັ້ງທີ VII ຜູ້ແທນອົງຄະນະພັກເມືອງທ່າພະບາດ ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 6 ກຸມພາ 2025 ນີ້ ຢູ່ຫ້ອງປະຊຸມຫ້ອງວ່າການເມືອງທ່າພະບາດ ພາຍໃຕ້ການເປັນປະທານຂອງ ສະຫາຍ ສົມສົດ ແສງອາພອນ ເລຂາຄະນະບໍລິຫານພັກເມືອງທ່າພະບາດ, ມີ ສະຫາຍ ສອນທະນູ ທຳມະວົງ ກໍາມະການສູນກາງພັກ ເລ ຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍລິຄຳໄຊ, ມີແຂກຖືກເຊີນ ແລະ ຜູ້ ແທນສົມບູນເຂົ້າຮ່ວມ.
ສະຫາຍ ສົມສົດ ແສງອາພອນ ໄດ້ຍົກໃຫ້ເຫັນວ່າ: ຕະຫຼອດໄລຍະ 5 ປີຜ່ານມາ ຄະນະພັກພວກເຮົາພ້ອມກັບປະຊາຊົນບັນດາເຜົ່າ ພາຍໃນເມືອງທ່າພະບາດ ໄດ້ຕັ້ງໜ້າເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ຄວາມບຸກບືນກ້າວຂຶ້ນ, ເຊີດຊູນໍ້າໃຈຮັກຊາດ, ຮັກລະບອບໃໝ່, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານຂອງພັກ, ເຮັດໃຫ້ເມືອງມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະ ຫງົບ ແລະ ເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ທາງດ້ານວັດຖຸ ແລະ ຈິດໃຈນັບມື້ດີຂຶ້ນ.
ພ້ອມກັນນັ້ນ ໄດ້ສຸມໃສ່ການລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ, ຕິດພັນກັບວຽກງານ 3 ສ້າງ, ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ, ສ້າງບ້ານໃຫຍ່ກາຍເປັນຕົວເມືອງນ້ອຍໃນຊົນນະບົດ, ປະກອບສ່ວນເຂົ້າໃນການປັບ ປຸງບູລະນະລະບົບການເມືອງຢູ່ຂັ້ນຮາກຖານ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ລະ ດົມແຫຼ່ງທຶນຈາກທຸກພາກສ່ວນຂອງສັງຄົມເຂົ້າໃນການພັດທະນາພື້ນຖານໂຄງລ່າງ.
ອັນພົ້ນເດັ່ນ ແມ່ນການກໍ່ສ້າງເສັ້ນທາງເບຕົງຢູ່ບັນດາບ້ານຕ່າງໆ, ສ້າງຮ້ານຄ້າໂອດ໋ອບ; ການແກ້ໄຂຄວາມທຸກຍາກຂອງປະຊາຊົນໄດ້ບັນລຸຕາມແຜນການທີ່ວາງໄວ້, ທັງໝົດທີ່ກ່າວມານັ້ນ ໄດ້ຢັ້ງຢືນເຖິງຄວາມຮັບຜິດຊອບຂອງຄະນະພັກ, ອົງ ການປົກຄອງແຕ່ລະຂັ້ນ ແລະ ຢັ້ງຢືນໃຫ້ເຫັນເຖິງຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນບັນດາເຜົ່າ ເຂົ້າໃນການປະກອບສ່ວນປົກປັກຮັກສາ ແລະ ພັດທະນາເມືອງທ່າພະບາດ ມີທ່າກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ກອງປະຊຸມໃຫຍ່ຄັ້ງນີ້ ຈະໄດ້ພ້ອມກັນສັງເກດຕີລາຄາເຖິງຜົນສໍາເລັດການຈັດ ຕັ້ງແນວທາງຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກເມືອງໃນໄລຍະ 5 ປີຜ່ານມາ ແລະ ຈະໄດ້ຄົ້ນຄວ້າຕົກລົງເປັນເອກະພາບຮັບຮອງເອົາທິດທາງ, ໜ້າທີ່ການເມືອງໃນສະເພາະໜ້າ ປີ 2025-2029 ແລະ ຈະໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງທ່າພະບາດ ຊຸດໃໝ່ ແລະ ປ່ອນບັດເລືອກເອົາຜູ້ແທນສົມບູນ, ສໍາຮອງໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງບໍລິຄໍາໄຊ.
Cr: ຄຳຟອງ




