ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຂຂຶ້ນຢ່າງເປັນທາງການແລ້ວງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 13 ຫຼື ອາຊຽນພາຣາເກມ (ASEAN ParaGames 2025)

Jan 21, 2026

ໄຂຂຶ້ນຢ່າງເປັນທາງການແລ້ວງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 13 ຫຼື ອາຊຽນພາຣາເກມ (ASEAN ParaGames 2025) ໃນວັນທີ 20 ມັງກອນ 2026 ທີ່ສະໜາມກິລາ 80 ພັນສາ ນະຄອນຣາຊະສີມາ ປະເທດໄທ.
ຖືທຸງຊາດລາວນຳຂະບວນຄະນະນັກກິລາຄົນພິການທີມຊາດລາວເຂົ້າສູ່ສະໜາມແມ່ນທ້າວ ບຸນເພັດ ເທບທິດາ ນັກກິລາແລ່ນ-ລານຄົນພິການທີມຊາດລາວ.
ພິທີໄຂງານແມ່ນຈັດຂຶ້ນຢ່າງຍິ່ງໃຫຍ່ ແລະ ໜ້າຕື່ນຕາຕື່ນໃຈ, ມີການສະແດງແສງສີສຽງ ທີ່ສະແດງໃຫ້ເຫັນເຖີງສິລະປະ, ວັດທະນະທຳ ແລະ ເອກະລັກຂອງໄທ ນຳສະເໜີຕໍ່ປະຊາຄົມອາຊຽນ ແລະ ທົ່ວໂລກ, ມີການສະແດງຄອນເສີດ 3 ລາຍການ ຄື: “ຄວາມກົມກຽວຂອງຫົວໃຈ”, ເພງປ໊ອບອີສານ ແລະ ຈັງຫວະແຫ່ງຄວາມຝັນ ໂດຍສິລະປິນແຫ່ງຊາດທີ່ມີຊື່ສຽງເຊັ່ນ: ສຸນາຣີ ຣາຊະສີມາ, ອາພາພອນ ນະຄອນສະຫວັນ, “ມິລີ” ດານຸພາ ການາທີຣາກຸນ, ເກງ ຕາຊາຍາ ປະທຸມວັນ, ແລະ ກຳ ວິຊະຍານີ ປຽກລິນ
ການແຂ່ງຂັນກິລາຄົນພິການອາຊຽນ ຄັ້ງທີ 13 ປີນີ້ມີນັກກິລາຈາກ 10 ຊາດອາຊຽນເຂົ້າຮ່ວມ 1.166 ຄົນ, ສ່ວນກຳປູເຈຍ ຂໍຖອນຕົວ. ມີການຊີງໄຊຫຼຽນຄຳ ທັງໝົດ 493 ຫຼຽນ ຈາກ 19 ປະເພດກິລາ ແລະ ມີການສາທິດກິລາ 2 ປະເພດ ຄື: ອີສະປອດ ແລະ ໂກນບານ. ສະເພາະ ລາວ ສົ່ງນັກກິລາເຂົ້າຮ່ວມທັງໝົດ 160 ກວ່າຄົນ ຈາກ 12 ປະເພດກິລາ ຊຶ່ງຈະເລີມແຂ່ງຂັນ ລະຫວ່າງວັນທີ 20-26 ມັງກອນ 2026.
May be an image of text that says 'THAILAND 2025 ATHLETICS ΤΗ THALEND AND THAILAND 2025 6OOKME ATHLETICS LAOS' May be an image of crowd
No photo description available. May be an image of fire and text