ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຂ້ເລືອດອອກ ພະຍາດຊຳເຮື້ອໃນ ສປປ ລາວ

Nov 5, 2024

ລາວ ແມ່ນໜຶ່ງໃນປະເທດສະມາຊິກອາຊຽນ ກໍຄື ພາກພື້ນ ທີ່ປະສົບກັບບັນຫາການລະບາດຂອງພະຍາດຈາກສັດສູ່ຄົນ ເຮັດໃຫ້ມີຜູ້ຕິດເຊື້ອ ແລະ ເສຍຊີວິດຈໍານວນບໍ່ໜ້ອຍໃນແຕ່ລະປີ. ການລະບາດຂອງພະຍາດຈາກສັດສູ່ຄົນທີ່ມັກເກີດຂຶ້ນເປັນປະຈໍາຢູ່ລາວໃນໄລຍະຜ່ານມາ ແມ່ນມີຫລາຍຊະນິດ ເຊັ່ນ: ໄຂ້ເລືອດອອກ, ໄຂ້ມາເລ ເຣຍ, ວໍ້, ໄຂ້ເລືອດດໍາ, ໄຂ້ຫວັດສັດປີກ, ໄຂ້ທໍລະພິດ, ຖອກທ້ອງ, ອະຫິວາ, ຍ່ຽວໜູ ແລະ ອື່ນໆ.
ໃນນີ້, ທີ່ເກີດຂຶ້ນຫລາຍກວ່າໝູ່ ແລະ ຖືເປັນພະຍາດຊໍ້າເຮື້ອທີ່ຍັງແກ້ໄຂບໍ່ທັນໄດ້, ທັງກາຍເປັນໄພຄຸກຄາມທີ່ທ້າທາຍໃນຂະແໜງສາທາລະນະສຸກຂອງລາວ ແມ່ນພະຍາດໄຂ້ເລືອດອອກ ຫລື ໄຂ້ຍຸງລາຍ ທີ່ມີຍຸງລາຍເປັນພາຫະນໍາເຊື້ອ ເພາະຢູ່ລາວມີຜູ້ຕິດເຊື້ອ ແລະ ເສຍຊີວິດຍ້ອນພະຍາດດັ່ງກ່າວຈໍານວນຫລາຍໃນແຕ່ລະປີ. ການຕິດເຊື້ອແມ່ນບໍ່ ສະເພາະແຕ່ຜູ້ທີ່ອາໃສຢູ່ໃນຂອບເຂດຕົວເມືອງ ແລະ ເຂດຊຸມຊົນແອອັດຄືເມື່ອກ່ອນ ແຕ່ຍັງລວມເຖີງຜູ້ທີ່ອາໃສຢູ່ເຂດຊົນນະບົດແຕ່ພາກໃຕ້ຂຶ້ນຮອດພາກເໜືອຂອງປະເທດ, ຜູ້ທີ່ເຄີຍຕິດເຊື້ອມາແລ້ວຍັງຕິດເຊື້ອຊໍ້າອີກ ແລະ ເປັນພະຍາດທີ່ຍັງບໍ່ທັນມີຢາຮັກສາແບບສະເພາະເຈາະຈົງ ຈິ່ງຮັກສາຕາມອາການຂອງຜູ້ຕິດເຊື້ອເທົ່ານັ້ນ.
ອີງຕາມຂໍ້ມູນຈາກສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກຂອງລາວ ໃຫ້ຮູ້ວ່າ: ການຕິດເຊື້ອພະຍາດໄຂ້ເລືອດອອກໃນລາວ ຍັງມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ ແລະ ແຜ່ລະບາດຢ່າງກວ້າງຂວາງໃນທົ່ວປະເທດ. ໃນນີ້ ສະເພາະປີ 2022 ທົ່ວປະເທດ ມີຜູ້ຕິດເຊື້ອສະສົມ 32.364 ກໍລະນີ ແລະ ຜູ້ເສຍຊີວິດ 24 ກໍລະນີ, ປີ 2023 ຜູ້ຕິດເຊື້ອສະສົມທັງໝົດ 35.317 ກໍລະນີ ແລະ ເສຍຊີວິດ 20 ກໍລະນີ. ການຕິດເຊື້ອພະຍາດໄຂ້ເລືອດ ອອກຂອງສອງປີດັ່ງກ່າວ ຫລາຍກວ່າໝູ່ແມ່ນຢູ່ນະຄອນຫລວງວຽງຈັນ. ສ່ວນໃນປີ 2024, ນັບແຕ່ວັນທີ 1 ມັງກອນ ຫາ ວັນທີ 1 ຕຸລາ, ທົ່ວປະເທດລາວ ມີຜູ້ຕິດເຊື້ອພະຍາດໄຂ້ເລືອດອອກສະສົມທັງໝົດ 16.277 ກໍລະນີ ແລະ ເສຍຊີວິດ 10 ກໍລະນີ, ໃນນີ້ ຕິດເຊື້ອຫລາຍກວ່າໝູ່ ຍັງແມ່ນນະຄອນຫລວງວຽງຈັນ 4.476 ກໍລະນີ.
ຈໍານວນຜູ້ຕິດເຊື້ອ ແລະ ເສຍຊີວິດຍ້ອນພະຍາດໄຂ້ເລືອດອອກຢູ່ລາວ ເຖີງວ່າບໍ່ຫລາຍເມື່ອທຽບໃສ່ຈໍານວນຜູ້ຕິດເຊື້ອ ແລະ ເສຍຊີວິດຍ້ອນພະຍາດຊະນິດນີ້ຢູ່ບາງປະເທດໃນອາຊຽນທີ່ມີປະຊາກອນຫລາຍ ເຊັ່ນ: ອິນໂດເນເຊຍ, ຟິລິບປິນ, ໄທ ແລະ ອື່ນໆ, ແຕ່ເມື່ອທຽບຜູ້ຕິດເຊື້ອ ແລະ ເສຍຊີວິດໃສ່ຈໍານວນປະຊາກອນທີ່ມີຢູ່ໃນປະເທດລາວ ເຫັນວ່າເປັນສະຖິຕິທີ່ສູງ ແລະ ໜ້າເປັນຫ່ວງ.
ມີຫລາຍສາເຫດທີ່ເຮັດໃຫ້ມີການລະບາດຂອງພະຍາດໄຂ້ເລືອດອອກຢູ່ລາວ ເຊັ່ນ: ສະພາບອາກາດມີການປ່ຽນແປງ, ເມື່ອກ່ອນຜູ້ຕິດເຊື້ອ ແລະ ເສຍຊີວິດຍ້ອນພະຍາດນີ້ ແມ່ນພົບເຫັນຫລາຍໃນໄລຍະລະດູຝົນຂອງທຸກປີ, ຫລັງຈາກນັ້ນແມ່ນຫລຸດລົງຕາມລໍາດັບ ແລະ ພົບເຫັນຫລາຍແມ່ນຢູ່ບັນດາແຂວງພາກກາງລົງຫາພາກໃຕ້ຍ້ອນມີສະ ພາບອາກາດຮ້ອນອົບເອົ້າ, ສ່ວນຜູ້ຕິດເຊື້ອຢູ່ບັນດາແຂວງພາກເໜືອມີບໍ່ຫລາຍ ຍ້ອນສະພາບອາຫາກາດໜາວ. ແຕ່ໃນຫລາຍປີມານີ້, ຍ້ອນສະພາບອາກາດມີການປ່ຽນແປງ, ຢູ່ບັນດາແຂວງພາກເໜືອອາກາດບໍ່ໜາວຄືແຕ່ກ່ອນ. ກົງກັນຂ້າມມີບາງໄລຍະ, ບາງແຂວງພາກເໜືອອາກາດຮ້ອນກວ່າພາກກາງ ແລະ ພາກໃຕ້ ເຮັດໃຫ້ພະຍາດໄຂ້ເລືອດອອກສາມາດແຜ່ລະບາດໄປທາງພາກເໜືອໄດ້ງ່າຍ ເຮັດໃຫ້ມີບາງປີ, ບາງແຂວງພາກເໜືອຂອງ ເຊັ່ນ: ຫລວງພະບາງ, ອຸດົມໄຊ, ໄຊຍະບູລີ, ຫລວງນໍ້າ ແລະ ອື່ນໆ ມີຈໍານວນຜູ້ຕິດເຊື້ອໄຂ້ເລືອດອອກຫລາຍກວ່າບັນດາແຂວງພາກກາງ ແລະ ພາກໃຕ້.
ພ້ອມກັນນີ້, ສະພາບອາກາດປ່ຽນແປງ ຍັງເຮັດໃຫ້ເກີດສະພາບນໍ້າຖ້ວມຢູ່ລາວເກືອບທຸກປີ ແລະ ມີຜົນກະ ທົບທີ່ແຕກຕ່າງກັນໃນແຕ່ລະພື້ນທີ່, ໃນນີ້ ສະເພາະປີ 2024 ນີ້ ມີ 14 ແຂວງໃນທົ່ວປະເທດລາວປະສົບໄພນໍ້າຖ້ວມ. ຈາກສະພາບນໍ້າຖ້ວມທີ່ເກີດຂຶ້ນ ເຮັດໃຫ້ມີຫລາຍພະຍາດລະບາດຕາມມາ, ໃນນັ້ນ ທີ່ຂາດບໍ່ໄດ້ແມ່ນພະຍາດໄຂ້ເລືອດ ອອກ ເພາະເປັນເງື່ອນໄຂສະດວກໃຫ້ຍຸງລາຍໃນການເພາະພັນ ແລະ ແຜ່ເຊື້ອສູ່ຄົນ ໂດຍສະເພາະຜູ້ປະສົບໄພນໍ້າຖ້ວມ.
ອີກສາເຫດສໍາຄັນໜຶ່ງທີ່ເຮັດໃຫ້ມີການຕິດເຊື້ອພະຍາດໄຂ້ເລືອດອອກໃນລາວ ແມ່ນຍ້ອນການເພີ່ມຂຶ້ນຂອງປະຊາກອນ ແລະ ທີ່ຢູ່ອາໃສ ເຮັດໃຫ້ມີຄວາມແອອັດ ໂດຍສະເພາະໃນເຂດຕົວເມືອງ ແລະ ເຂດຊຸມຊົນຕ່າງໆ ເຮັດໃຫ້ອະນາໄມໄດ້ຍາກ ຈິ່ງກາຍເປັນບ່ອນເພາະພັນທີ່ດີຂອງຍຸງລາຍ. ຄຽງຄູ່ກັນນີ້, ຄວາມເອົາໃຈໃສ່ຂອງປະຊາຊົນລາວຈໍານວນບໍ່ໜ້ອຍໃນການປ້ອງກັນຕົນເອງຈາກພະຍາດໄຂ້ເລືອດອອກຍັງບໍ່ສູງ ຫລື ຍັງຖືເບົາ ແລະ ຍັງປະຕິບັດຕາມຄວາມຊິນເຄີຍຂອງຕົນເອງຕາມທີ່ເຄີຍປະຕິບັດມາ, ລວມເຖີງບໍ່ໃຫ້ການຮ່ວມມືກັບເຈົ້າໜ້າທີ່ກ່ຽວຂ້ອງໄດ້ດີເທົ່າທີ່ຄວນ.
ໃນໄລຍະຜ່ານມາ, ລັດຖະບານລາວ ໄດ້ມອບໃຫ້ປະຊວງສາທາລະນະສຸກ ເປັນເຈົ້າການນໍາພາທຸກພາກສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດຫລາຍມາດຕະການ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂສະພາບການລະບາດຂອງພະຍາດໄຂ້ເລືອດອອກໃນລາວ ໂດຍສະເພາະການສຸມໃສ່ໂຄສະນາສຸຂະສຶກສາເພື່ອໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈຄວາມອັນຕະລາຍຂອງພະຍາດໄຂ້ເລືອດອອກ ແລະ ວິທີປ້ອງກັນພະຍາດດັ່ງກ່າວ ດ້ວຍການເອົາໃຈໃສ່ປະຕິບັດຕາມຫລັກ ການ 5 ປ, ການສີດພົ່ນຢາຂ້າໜອງນໍ້າຍຸງລາຍ, ລວມເຖີງການທົດລອງປ່ອຍຍຸງລາຍບ້ານທີ່ມີເຊື້ອໂວເພື່ອຊ່ວຍຫລຸດການແຜ່ເຊື້ອໄຂ້ຍຸງລາຍ ແລະ ອື່ນໆ.
ນອກຈາກນີ້ ໄດ້ມີຫລາຍອົງການຈັດຕັ້ງສາກົນຍື່ນມືເຂົ້າມາໃຫ້ການຊ່ວຍເຫລືອ, ເຊິ່ງໜຶ່ງໃນນັ້ນ ແມ່ນໂຄງ ການສຸຂະພາບໜຶ່ງດຽວ (One Health) ທີ່ໄດ້ຮັບທຶນສະໜັບສະໜູນຈາກສະຫະພາບເອີຣົບ ເພື່ອສົ່ງເສີມສຸຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມ ກໍຄື ເພື່ອໃຫ້ປະຊາຊົນຮັບຮູ້ວ່າສຸຂະພາບຂອງຄົນຕິດພັນກັນສຸຂະພາບຂອງສັດ ແລະ ສິ່ງແວດລ້ອມຢ່າງແໜ້ນແຟ້ນ, ພ້ອມກັນນີ້ ຍັງໄດ້ເປີດ “ໂຄງການສື່ສໍາລັບສຸຂະພາບໜຶ່ງດຽວ” (Media for One Health) ໂດຍມີເປົ້າໝາຍເພື່ອຝຶກອົບຮົມໃຫ້ນັກນັກຂ່າວຢູ່ ລາວ, ກຳປູເຈຍ, ຫວຽດນາມ ແລະ ຟິລິບປິນ, ເພື່ອໃຫ້ສາມາດລາຍງານຂ່າວສຸຂະພາບໜຶ່ງດຽວ ເຊິ່ງເປັນຫົວຂໍ້ທີ່ທົ່ວໂລກໃຫ້ຄວາມສໍາຄັນ. ການທີ່ນັກຂ່າວເຂົ້າໃຈໄດ້ຢ່າງລະອຽດ ເຖິງຄວາມສຳພັນລະຫວ່າງສິ່ງແວດລ້ອມ, ສຸຂະພາບສັດ ແລະ ສຸຂະພາບຄົນ, ນັກຂ່າວຈະມີຄວາມສາ ມາດດີຂຶ້ນໃນການນໍາສະເໜີຫຼາຍຫົວຂໍ້ທີ່ກ່ຽວກັບພະຍາດຕິດແປກຈາກສັດມາສູ່ຄົນ, ການຊຸດໂຊມລົງຂອງສະພາບສິ່ງ ແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ.
ເຖີງວ່າ ໂຄງການ One Health ບໍ່ໄດ້ເຈາະຈົງໃສ່ສະເພາະການແກ້ໄຂບັນຫາພະຍາດໄຂ້ເລືອດອອກ ແຕ່ກໍປະຕິເສດບໍ່ໄດ້ວ່າ ໂຄງການດັ່ງກ່າວໄດ້ປະກອບສ່ວນສໍາຄັນໃນການຊ່ວຍປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດຊະນິດນີ້ໃນລາວ ເພາະພະຍາດຊະນິດນີ້ແມ່ນເກີດຈາກການຕິດເຊື້ອຈາກສັດສູ່ຄົນ ເຊິ່ງເປົ້າໝາຍສໍາຄັນຂອງ One Health ແມ່ນເຮັດໃຫ້ຄົນ, ສັດ ແລະ ທໍາມະຊາດ ໄດ້ອາໃສຢູ່ດ້ວຍກັນຢ່າງມີສຸຂະພາບດີ.
ສາມາດເວົ້າໄດ້ວ່າ: ການລະບາດຂອງພະຍາດໄຂ້ເລືອດອອກໃນລາວ ຕ້ອງໃຊ້ເວລາອີກດົນ ແລະ ບໍ່ສາມາດເວົ້າໄດ້ວ່າອີກດົນປານໃດຈະແກ້ໄຂໃຫ້ໄດ້ຢ່າງເດັດຂາດ, ທັ້ງນີ້ ກໍຍ້ອນຕິດພັນກັບການປ່ຽນແປງຂອງດິນຟ້າອາກາດ, ການເພີ່ມຂຶ້ນຂອງປະຊາຊົນ ແລະ ການກໍ່ສ້າງທີ່ຢູ່ອາໃສ ເຮັດໃຫ້ເກີດຄວາມແອອັດ ແລະ ອະນາໄມໄດ້ຍາກ, ລວມເຖີງການເຄື່ອນຍ້າຍຂອງປະຊາຊົນ. ແຕ່ສິ່ງສໍາຄັນໄປກວ່າໝູ່ໝົດ ແມ່ນຄວາມເປັນເຈົ້າການຂອງປະຊາຊົນລາວຈໍານວນບໍ່ໜ້ອຍໃນການປ້ອງກັນຕົນເອງຈາກພະຍາດໄຂ້ເລືອດອອກຍັງບໍ່ສູງເທົ່າທີ່ຄວນ, ບໍ່ປະຕິບັດຕາມຫລັກການ 5 ປີ ທີ່ກະຊວງສາທາລະນະສຸກວາງອອກ ແລະ ບໍ່ໃຫ້ການຮ່ວມມືກັບເຈົ້າໜ້າທີ່ກ່ຽວຂ້ອງວາງອອກ.
ດັ່ງນັ້ນ, ຖ້າຢາກແກ້ໄຂບັນຫາການລະບາດຂອງພະຍາດໄຂ້ເລືອດອອກໃນລາວໃຫ້ໄດ້ຢ່າງເດັດຂາດ, ກ່ອນອື່ນໝົດຕ້ອງເລີ່ມຈາກການສ້າງໃຫ້ປະຊາຊົນຮັບຮູ້ຜົນຮ້າຍ ແລະ ວິທີປ້ອງກັນຕົນເອງຈາກພະຍາດໄຂ້ເລືອດອອກ ໂດຍເລີ່ມຈາກການປູກຝັງແນວຄິດຕັ້ງແຕ່ນ້ອຍ ເພື່ອໃຫ້ກາຍເປັນຄວາມຊິນເຄີຍ ແລະ ປະຕິບັດເປັນນິໃສ ຄືດັ່ງປະຊາຊົນຂອງຫລາຍປະເທດທີ່ມີແນວຄິດຮັກສິ່ງແວດລ້ອມ ແມ່ນເຂົາເຈົ້າໄດ້ຮັບການປູກຝັງແນວຄິດມາຕັ້ງແຕ່ເຍົາໄວ.
ການປູກຝັງແນວຄິດທີ່ວ່ານີ້, ນອກຈາກການປູກຝັງແນວຄິດກ່ຽວກັບການປ້ອງກັນຕົນເອງຈາກພະຍາດໄຂ້ ເລືອດອອກ ກໍຄື ພະຍາດຊະນິດອື່ນທີ່ຕິດຕໍ່ຈາກສັດສູ່ຄົນ ແລະ ການຕິດຕໍ່ດ້ວຍຮູ້ບການອື່ນໆ, ຕ້ອງປູກຝັງແນວຄິດໃຫ້ເຂົາເຈົ້າຮູ້ຈັກການຢູ່ຮ່ວມກັນລະຫວ່າງຄົນ, ສັດ ແລະ ສິ່ງແວດລ້ອມຢ່າງແໜ້ນແຟ້ນ ເພື່ອສຸຂະພາບທີ່ດີ ແລະ ເພື່ອຄວາມຍືນຍົງ, ເຊິ່ງທັງ 3 ຢ່າງນີ້ແມ່ນເຂົ້າກັບເປົ້າໝາຍຂອງໂຄງການ One Health ທີ່ພວມຈັດຕັ້ງປະຕິບັດຢູ່ ເຮັດໃຫ້ເຊື່ອແນ່ວ່າ ຖ້າຫາກໂຄງການດັ່ງກ່າວນີ້ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຫລາກຫລາຍ ແລະ ນັບມື້ກວ້າງຂວາງກວ່າເກົ່າ ຈະປະກອບສ່ວນສໍາຄັນເຮັດໃຫ້ການຕິດເຊື້ອພະຍາດຈາກສັດສູ່ຄົນ ກໍຄື ອັດຕາການຕິດເຊື້ອພະຍາດໄຂ້ເລືອດອອກໃນລາວນັບມື້ຫລຸດລົງໃນຕໍ່ໜ້າ.