ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຄແຜ່ນ ລາຍຮັບສໍາຄັນຂອງປະຊາຊົນ ບ້ານລີ່ ເມືອງນໍ້າບາກ

Jan 26, 2025

ໃນໂອກາດເຂົ້າຮ່ວມງານເທດສະການອາຫານລາວ 2025 ຈັດຂຶ້ນຢູ່ນະຄອນ ຫລວງວຽງຈັນໃນລະຫວ່າງວັນທີ 22-26 ມັງກອນ 2025, ກຸ່ມທຸລະກິດໄຄແຜ່ນຊຸມ ຊົນ ບ້ານລີ່ ເມືອງນໍ້າບາກ ແຂວງຫຼວງພະບາງ ໄດ້ນໍາເອົາໄຄແຜ່ນມາວາງສະແດງຈໍາໜ່າຍ ແລະ ໄດ້ຮັບການຕອບຮັບດີຈາກຜູ້ມາທ່ຽວງານ ກໍຄື ຜູ້ ບໍລິໂພກ.
ທ່ານ ນາງ ຫວັນ ອິນມະນີລັດ ພະນັກງານການຕະຫຼາດ ກຸ່ມທຸລະກິດໄຄແຜ່ນຊຸມຊົນ ບ້ານລີ່, ເມືອງນໍ້າບາກ, ແຂວງຫຼວງພະ ບາງ ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ກຸ່ມທຸລະກິດໄຄແຜ່ນຊຸມຊົນ ບ້ານລີ່ ໄດ້ນໍາເອົາໄຄແຜ່ນທີ່ເປັນອາຫານພື້ນເມືອງຂອງຊາວຫຼວງພະບາງ ກໍຄື ຊາວລາວ ຊຶ່ງໄຄແຜ່ນແມ່ນອາຫານຊະນິດໜຶ່ງ ທີ່ມີຄຸນຄ່າທາງໂພຊະນາການສູງປະກອບໄປດ້ວຍວິຕາມິນ ແລະ ແຮ່ທາດຊະນິດຕ່າງໆ ມາວາງຈຳໜ່າຍທຸກປີ, ຜະລິດຕະພັນໄຄ ແຜ່ນຂອງກຸ່ມໄດ້ຜ່ານການຄິດຄົ້ນ, ອອກແບບການຜະລິດທີ່ມີຄຸນນະພາບສູງເປັນທີ່ຍອມຮັບຂອງສັງຄົມ ທັງພາຍໃນ ແລະ ຕ່າງ ປະເທດ.
ປັດຈຸບັນ ຜະລິດຕະພັນໄຄແຜ່ນໄດ້ຮັບການຮັບຮອງຢ່າງເປັນທາງການວ່າເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP); ດ້ວຍຂັ້ນຕອນການຜະລິດທີ່ນໍາໃຊ້ເຄື່ອງມືທີ່ທັນ ສະໄໝ.
ສຳລັບບັນຍາກາດການຊື້-ຂາຍໃນງານຄັ້ງນີ້ ເຫັນວ່າມີມວນ ຊົນມາທ່ຽວຊົມ ແລະ ຊື້ເປັນຈໍານວນຫຼາຍ ສະແດງໃຫ້ເຫັນໃນມື້ທຳອິດໄຄແຜ່ນໃນຮ້ານຂອງພວກເຮົາແມ່ນໄດ້ຂາຍດີ. ສໍາລັບລາຄາ ໄຄແຜ່ນ ແມ່ນມີແບບທອດແລ້ວ ແລະ ບໍ່ທັນທອດ; ໄຄແຜ່ນທີ່ທອດແລ້ວແມ່ນຈໍາໜ່າຍໃນລາຄາ 30 ພັນກີບ/ຖົງ ແລະ ໄຄແຜ່ນບໍ່ທັນທອດຈໍາໜ່າຍໃນລາຄາ 80 ພັນກີບ/ຖົງ (ໜຶ່ງຖົງມີ 5 ແຜ່ນ).