ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຊຍະບູລີ ກໍານົດເອົາວັນທີ 22 ກຸມພາ 2025 ເປັນມື້ເປີດງານມະຫະກໍາບຸນຊ້າງ

Nov 27, 2024

ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ປະທານຈັດງານມະຫະກໍາບຸນຊ້າງ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ແຂວງ ໃນວັນທີ 27 ພະຈິກ ນີ້ວ່າ: ແຂວງໄຊຍະບູລີ ເປັນແຂວງໜຶ່ງທີ່ມີປະຊາກອນຊ້າງຫຼາຍກວ່າໝູ່ ຖ້າທຽບໃສ່ແຂວງອື່ນໆໃນ ສປປ ລາວ ແລະ ໄດ້ຈັດງານມະຫາກໍາບຸນຊ້າງ ຜ່ານມາໄດ້ 17 ຄັ້ງ. ຈຸດປະສົງ ກໍ່ເພື່ອເປັນການອະນຸລັກ, ຮັກສາຊ້າງບໍ່ໃຫ້ສູນພັນ ເພາະຊ້າງເປັນມູນມໍລະດົກຂອງຊາດ ແລະ ທັງເປັນການສືບຕໍ່ປົກປັກຮັກສາວັດທະນະທຳ, ຮີດຄອງປະເພນີອັນດີງາມ ແລະ ວິຖີການດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າ ທີ່ຕິດພັນກັບຊ້າງມາແຕ່ອາດີດຕະການ ໃຫ້ຢືນຍົງຄົງຕົວ ແລະ ຢູ່ກັບປະຊາຊົນລາວບັນດາເຜົ່າ, ໂດຍສະເພາະປະຊາຊົນຊາວແຂວງໄຊຍະບູລີ ທັງເປັນການໂຄສະນາດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວ ສປປ ລາວ ກໍຄືແຂວງໄຊຍະບູລີ ໃຫ້ຫຼາຍຂຶ້ນ.
ງານມະຫະກຳບຸນຊ້າງ ປະຈໍາປີ 2025 ແຂວງໄຊຍະບູລີ, ຈະຈັດຂຶ້ນໃນລະຫວ່າງວັນທີ 18-24 ກຸມພາ 2025, ຊຶ່ງເປັນການຮ່ວມມືລະຫວ່າງອົງການປົກຄອງແຂວງ ແລະ ສະມາຄົມນັກທຸລະກິດໜຸ່ມແຂວງໄຊຍະບູລີຮ່ວມກັນຈັດງານມະຫະກໍາບຸນຊ້າງ ເປັນປີທີສອງ. ສຳລັບການຈັດງານມະຫະກໍາບຸນຊ້າງແຂວງໄຊຍະບູລີ ໃນປີ 2025ນີ້ ຖືວ່າເປັນຄັ້ງທີ 18, ມີຊ້າງເຂົ້າຮ່ວມ 50 ໂຕ ຕາມຈໍານວນປີຄົບຮອບຂອງການສະເຫຼີມສະຫຼອງວັນຊາດຂອງ ສປປ ລາວ, ຊຶ່ງປະກອບມີກິດຈະກຳຕ່າງໆເຊັ່ນ: ໃນວັນທີ 18 ກຸມພາ 2025 ຕອນເຊົ້າ ຈະມີການແຂ່ງຂັນແລ່ນມິນິມາລາທອນ, ເຮັດພິທີຄອບເລົ່າ, ບໍລິການຂີ່ຊ້າງທົ່ວໄປ, ຕອນຄໍ່າຊົມການສະແດງສິລະປະວັນນະຄະດີ. ວັນທີ 19-20 ກຸມພາ 2025 ເປັນການຝຶກຊ້ອມໃຫຍ່ຂະບວນແຫ່ຂອງຊ້າງ, ກ້ອນກໍາລັງຂອງ 8 ເຜົ່າ, ກ້ອນກໍາລັງຂອງແຕ່ລະເມືອງ ແລະ ກ້ອນສະແດງຕ່າງໆ ໃນພິທີເປີດງານ. ໃນຕອນແລງຂອງ ວັນທີ 19 ກຸມພາ 2025 ຈະມີພິທີເປີດຕະຫຼາດນັດວາງສະແດງສິນຄ້າທັງພາຍໃນ ແລະ ຕ່າງປະເທດ. ວັນທີ 20 ກຸມພາ 2025 ຝຶກຊ້ອມການສະແດງຊ້າງຄໍາຮູ້, ຕອນຄໍ່າ ປະກວດນາງສາວທິດາບຸນຊ້າງ. ໃນຕອນເຊົ້າຂອງວັນທີ 21 ກຸມພາ 2025 ເປັນມື້ ຕັກບາດອຸທິດສ່ວນກຸສົນໃຫ້ຊ້າງ ແລະ ຄວນຊ້າງ; ກວດກາຄວາມພ້ອມຮອບດ້ານໃຫ້ແກ່ການເປີດງານຢ່າງເປັນທາງການ. ໃນວັນທີ 22 ກຸມພາ 2025 ເປັນມື້ເປີດງານມະຫະກໍາບຸນຊ້າງ ປະຈໍາປີ 2025 ຢ່າງເປັນທາງການ ແລະ ຊົມການສະແດງການບິນ (ພາລາມໍເຕີ); ການຂີ່ບານລູນຊົມຕົວເມືອງ, ຜາຂີ້ໝິ້ນ, ຜາຊ້າງ ແລະ ເຂື່ອນໄຟຟ້ານໍ້າຂອງໄຊຍະບູລີ. ວັນທີ 23 ກຸມພາ 2025 ບໍລິການຂີ່ຊ້າງຊົມເມືອງ, ທ່ຽວຊົມການສະແດງຂອງຊ້າງ ແລະ ບັນດາກິດຈະກໍາຕ່າງໆໃນງານບຸນ ແລະ ການຂີ່ບານລູນຊົມທິວທັດທໍາມະຊາດພາຍໃນແຂວງ; ໃນຕອນຄໍ່າຈະມີການສະແດງຄອນເສີດ. ວັນທີ 24 ກຸມພາ 2025 ແມ່ນພິທີປິດງານມະຫະກໍາບຸນຊ້າງ ແລະ ມອບລາງວັນຕ່າງໆໃຫ້ຊ້າງ ແລະ ກ້ອນຂະບວນແຫ່ຂອງແຕ່ລະເມືອງ. ຊຶ່ງບັນດາທ່ານຈະໄດ້ຮັບຂໍ້ມູນຂ່າວສານຂອງງານຜ່ານທາງເຟສບຸກເພສລາວສະຕາ, ໂທລະພາບນະຄອນຫຼວງວຽງຈັນຊ່ອງ VTE9, ເພສເຟສບຸກໂທລະໂຄ່ງ, ເພສເຟສບຸກວຽງຈັນທາມ ແລະ ເພສ News.xbl
ຂ່າວ+ພາບ: ຄໍາໝັ້ນ