ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຊສົມບູນ ຕັ້ງຄວາມຫວັງ 2 ຫຼຽນຄຳ ໃນການແຂ່ງຂັນກິລານັກຮຽນມັດທະຍົມສຶກສາ ທົ່ວປະເທດ ຄັ້ງທີ VII

Dec 4, 2024

ຕອນບ່າຍຂອງວັນທີ 3 ທັນວາ 2024 ນີ້ ທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ໂອ້ລົມຄະນະຮັບຜິດຊອບ ແລະ ບັນດາທີມກິລາຂອງແຂວງ ທີ່ຈະເຂົ້າ ຮ່ວມງານມະຫາກຳກິລານັກຮຽນມັດທະຍົມສຶກສາ ທົ່ວປະເທດ ຄັ້ງທີ VII ປີ 2024 ທີ່ແຂວງສາລະວັນ ຢູ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາ ແຂວງ.
ທ່ານ ຢົງຢີ ລີເຍ່ຍວື ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ໄດ້ໃຫ້ຮູ້ວ່າ ການເຂົ້າຮ່ວມງານມະຫາກຳກິລານັກຮຽນຄັ້ງນີ້ ແຂວງໄຊສົມບູນ ຈະສົ່ງທີມນັກກິລາເຂົ້າຮ່ວມ 7 ປະເພດ ຄື: ກິລາບານເຕະ (ຊາຍ), ກິລາແລ່ນ-ລານ (ຊາຍ-ຍິງ), ກິລາບານສົ່ງ (ຊາຍ), ກິລາກະຕໍ້ (ຊາຍ), ກິລາເປຕັງ (ຊາຍ-ຍິງ), ກິລາໜ້າເກັກ (ຊາຍ-ຍິງ) ແລະ ກິລາໝາກເສິກ (ຊາຍ-ຍິງ) ໂດຍວາງຄາດໝາຍ 2 ຫຼຽນຄຳ 2, ຫຼຽນເງີນ ແລະ 2 ຫຼຽນທອງ 2 ຫຼຽນ.
ທ່ານ ພອຍຄຳ ຮຸ່ງບຸນຍວງ ໄດ້ມີຄຳເຫັນໂອ້ລົມຕໍ່ຄະນະຮັບຜິດຊອບຈົ່ງເອົາໃຈໃສ່ພົວພັນປະສານງານກັບຄະນະຮັບຜິດຊອບຈັດງານແຂ່ງຂັນ (ແຂວງ ເຈົ້າພາບ) ແລະ ຕິດຕາມຂໍ້ມູນ-ຂ່າວສານໃຫ້ທັນກັບສະພາບການ ຢ່າງເປັນປົກກະຕິ; ສືບຕໍ່ເກັບກໍາຂໍ້ມູນ-ຂ່າວສານ ຂໍ້ກໍານົດ, ກົດລະບຽບ, ກະຕິກາການແຂ່ງຂັນກິລາແຕ່ລະປະເພດ ເພື່ອຮັບປະກັນບໍ່ໃຫ້ມີຄວາມຜິດພາດໃນການແຂ່ງຂັນ; ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ນັກກິລາມີຄວາມຮັບຜິດຊອບ, ມີນໍ້າໃຈເສຍສະຫຼະ-ນໍ້າໃຈກິລາ, ມີລະບຽບວິໄນໃນການແຂ່ງຂັນ; ຈົ່ງພ້ອມກັນຝຶກແອບ-ຝຶກຊ້ອມໃຫ້ມີຄຸນນະພາບ, ມີຄວາມພ້ອມເຂົ້າຮ່ວມການແຂ່ງຂັນ ເພື່ອຮັບປະກັນສະຖິຕິທີ່ດີ ແລະ ໄດ້ຮັບໄຊຊະນະຕາມຄາດໝາຍໄດ້ກຳນົດໄວ້; ຈົ່ງເອົາໃຈໃສ່ຕິດຕາມ, ກວດກາ, ເບິ່ງ ແຍງສຸຂະພາບ, ຊີວິດການເປັນຢູ່ ຂອງນັກກິລາ ໃນເວລາຝຶກຊ້ອມ ແລະ ແຂ່ງຂັນຢ່າງເປັນປົກກະຕິ.
ພາບ-ຂ່າວ: ຮົວຈັ້ງ ດຣາເຊັ້ງ