ໃນວັນທີ 21 ມັງກອນ 2025 ນີ້ ຄະນະກຳມະການອະໄພຍະ ໂທດແຂວງໄຊສົມບູນ ໄດ້ຈັດພິທີປະກາດການອະໄພຍະໂທດແກ່ນັກໂທດທີ່ມີຄວາມກ້າວໜ້າ ເນື່ອງໃນໂອກາດ ວັນຊາດທີ 2 ທັນ ວາ 2024 ຄົບຮອບ 49 ປີ ທີ່ຄ້າຍຄຸມຂັງ-ດັດສ້າງ ກອງບັນຊາ ການ ປກສ ແຂວງ (ຜາແດງ) ໂດຍການເປັນປະທານຂອງ ທ່ານ ຄຳເພັດ ດວງມາລາ ຮອງປະທານຄະນະກຳມະການອະໄພຍະໂທດແຂວງໄຊສົມບູນ, ຫົວໜ້າອົງການໄອຍະການແຂວງ.
ທ່ານ ລັດຕະນະພອນໄຊ ວົງຄຳຊາວ, ຮອງຫົວໜ້າອົງການໄອ ຍະການແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບຫຍໍ້ການຈັດຕັ້ງປະຕິບັດວຽກງານອະໄພຍະໂທດ ປະຈຳປີ 2024 ຊຶ່ງພາຍຫຼັງຄະນະກຳມະ ການອະໄພຍະໂທດແຂວງ ໄດ້ຊີ້ນຳ ແລະ ມອບວຽກ ກອງເລຂາກໍໄດ້ຄົ້ນຄ້ວາ, ຄັດເລືອກສັງລວມເອົາລາຍຊື່ນັກໂທດຜູ້ທີ່ມີເງື່ອນ ໄຂອະໄພຍະໂທດ ປະຈຳປີ 2024 ໂດຍໄດ້ປຶກສາຫາລືກຳນົດແຜນການ, ວິທີເຮັດວຽກຕາມລັດຖະບັນຍັດຂອງປະທານປະ ເທດ ແລະ ຄຳແນະນຳຂອງປະທານຄະນະກຳມະການອະໄພຍະ ໂທດລະດັບຊາດ; ໃນນັ້ນ ນັກໂທດທີ່ຄະນະກຳມະການອະໄພຍະ ໂທດແຂວງໄຊສົມບູນ ໄດ້ສະເໜີອະໄພຍະໂທດຫຼຸດຜ່ອນໂທດ ທັງໝົດ 44 ຄົນ ຍິງ 3 ຄົນ, ໄດ້ຮັບການອະໄພຍະໂທດຫຼຸດຜ່ອນໂທດ ຈຳນວນ 44 ຄົນ ຍິງ 3 ຄົນ ເທົ່າກັບ 100%.
ພ້ອມນີ້ ຍັງໄດ້ສະເໜີໃຫ້ອະໄພຍະໂທດປ່ອຍຕົວ ນັກໂທດຈຳນວນ 17 ຄົນ ຍິງ 4 ຄົນ ໄດ້ຮັບການອະໄພຍະໂທດປ່ອຍຕົວນັກໂທດຈຳນວນ 17 ຄົນ ຍິງ 4 ຄົນ ເທົ່າກັບ 100%.
ທ່ານ ຄຳເພັດ ດວງມາລາ ໄດ້ມີຄຳເຫັນຕໍ່ຜູ້ທີ່ໄດ້ຮັບອະໄພຍະ ໂທດປ່ອຍຕົວໃນຄັ້ງນີ້ ໃຫ້ຫຼີກລ້ຽງແນວຄິດອະຄະຕິຕໍ່ການຈັດ ຕັ້ງພາກສ່ວນທີ່ດຳເນີນຄະດີ ແລະ ພາຍຫຼັງກັບໄປຢູ່ນຳຄອບຄົວແລ້ວ ໃຫ້ປະຕິບັດຕົວເປັນພົນລະເມືອງດີ ປະກອບອາຊີບທຳມາ ຫາກິນດ້ວຍຄວາມຖືກຕ້ອງ, ສຸດຈະລິດ, ຫຼີກລ້ຽງການກະທຳ ຜິດຕໍ່ກົດໝາຍບ້ານເມືອງອີກ,
ນອກນີ້ ທ່ານຍັງເນັ້ນໜັກໃຫ້ນັກໂທດຜູ້ທີ່ຍັງປະຕິບັດໂທດຢູ່ຄ້າຍຄຸ້ມຂັງ-ດັດສ້າງ ໃຫ້ສືບຕໍ່ປະຕິບັດກົດລະບຽບຂອງຄ້າຍຄຸມຂັງ-ດັດສ້າງ ໃຫ້ເຂັ້ມງວດ, ຕັ້ງໃຈຝຶກຊ້ອມວິຊາອາຊີບ ເພື່ອໃຫ້ຕົນເອງມີສີມືແຮງງານ ຄຽງຄູ່ກັບການປັບປ່ຽນທັດສະນະຄະ ຕິອັນບໍ່ດີຂອງຕົນ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄົນເອງໃຫ້ກາຍເປັນນັກໂທດຜູ້ທີ່ມີຄວາມກ້າວໜ້າ ເພື່ອໃຫ້ກາຍເປັນນັກໂທດທີ່ຖືກພິຈາລະນາຫຼຸດຜ່ອນໂທດ ແລະ ກັບກາຍມາເປັນພົນລະເມືອງດີຂອງຊາດ ໃນອານາຄົດ.
Cr. ວຽງໃຈ ຄຳມະນີວົງ





