ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຊສົມບູນ ປຶກສາຫາລືກະກຽມຄວາມພ້ອມພິທີການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024

Oct 15, 2024

ແຂວງໄຊສົມບູນຈັດກອງປະຊຸມ ປຶກສາຫາລືກະກຽມຄວາມພ້ອມພິທີການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໃນວັນທີ່ 14 ຕຸລາ 2024 ໂດຍການເປັນປະທານຂອງທ່ານ ພອຍຄຳ ຮຸ່ງບຸນຍວງ, ເຈົ້າແຂວງໄຊສົມບູນ.
ກອງປະຊຸມໄດ້ປຶກສາຫາລືກະກຽມພິທີສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ຢູ່ແຂວງໄຊສົມບູນ ຕິດພັນກັບພຸດທະມະຫາພິເສກຮູບປັ້ນຫຼໍ່ເຈົ້າອະນຸວົງ ແລະ ເບີກຫໍຫຼັກເມືອງປີທີ 3 ທັງເປັນການຄົ້ນຄວ້າປຶກສາຫາລືຄວາມເປັນເອກະພາບແບ່ງຄວາມຮັບຜິດຊອບກັນ ເພື່ອນຳໄປຈັດຕັ້ງປະຕິບັດຕາມພາລະບົດບາດຂອງແຕ່ລະອະນຸກຳມະການເປັນຕົ້ນ ອະນຸກຳມະການໂຄສະນາຂ່າວສານ ແລະ ປະຊາສຳພັນ, ເສດຖະກິດ-ການເງິນ, ປ້ອງກັນຊາດ-ປ້ອງກັນຄວວາມສະຫງົບ, ກອງເລຂາ, ສະ ຖານທີ່, ພິທີການ ແລະ ຮັບແຂກ, ພິທີທາງສາສະໜາ ແລະ ອື່ນໆ ພ້ອມດຽວກັນນີ້ ປະທານກອງປະຊຸມໄດ້ມີຄຳຖາມເຈາະຈິ້ມ ໃຫ້ແກ່ບັນດາອະນຸກຳມະການໄດ້ຊິແຈ້ງລາຍລະອຽດ ແລະ ເພື່ອພ້ອມກັນປຶກສາຫາລືແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງຕ່າງໆ ໃຫ້ເປັນເອກະພາບ ແລະ ໄປລວງດຽວກັນໃນການຈັດຕັ້ງປະຕິບັດວຽກງານໃຫ້ບັນລຸຕາມຄາດໝາຍທີ່ວ່າງໄວ້.
ສໍາລັບການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ທີ່ແຂວງໄຊສົມບູນ ຈະໄດ້ຈັດຂຶ້ນທ້າຍເດືອນພະຈິກ 2024 ນີ້.
ພາບ-ຂ່າວ: ແກ່ນຈັນ ທຳມະນີ