ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຊສົມບູນ ສົມໂພດຫໍຫຼັກເມືອງ-ຕັ້ງກອງບຸນຫາເຈົ້າອະນຸວົງ ປີທີ 3

Dec 3, 2024

ພິທີສົມໂພດຫໍຫຼັກເມືອງ ແລະ ຕັ້ງກອງບຸນຫາເຈົ້າອະນຸວົງຢູ່ແຂວງໄຊສົມບູນ ປີທີ 3 ຈັດຂຶ້ນວັນທີ 1-3 ທັນວາ 2024 ທີ່ບ້ານພູຫົວຊ້າງ ເມືອງອະນຸວົງ ໂດຍມີ ທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ, ພ້ອມດ້ວຍການນໍາແຂວງ ແລະ ມວນຊົນແຂວງໄຊສົມບູນ, ນະຄອນຫຼວງວຽງຈັນ ແລະ ແຂວງອ້ອມຂ້າງ ເຂົ້າຮ່ວມ.
ສະຖານທີ່ທັງສອງແຫ່ງນີ້ເປັນບ່ອນສັກກາລະບູຊາ ບ່ອນຈາລຶກ ສຶກສາຄົ້ນຄວ້າໃຫ້ປະຊາຊົນເຫັນໄດ້ຄຸນຄ່າ ແລະ ຄວາມຊົງຈຳທີ່ບໍ່ມີວັນຫຼົງລືມຕະຫຼອດກາລະນານ ເນື່ອງຈາກຫໍຫຼັກເມືອງ ແລະ ຮູບປັ້ນຫຼໍ່ເຈົ້າອະນຸວົງເປັນສູນລວມຈິດໃຈ ເປັນບ່ອນສ່ອງແສງເຖິງຄວາມສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າພາຍ ໃນແຂວງໄຊສົມບູນ ເຊິ່ງການຈັດພິທີຄັ້ງນີ້ເພື່ອໃຫ້ຖືກຕ້ອງຕາມຮີດຄອງປະເພນີລາວທີ່ເຄີຍປະຕິບັດຜ່ານມາ ເຂົ້າຮ່ວມສົມໂພດ ແລະ ໃສ່ບາດຖວາຍສັງຄະທານໃຫ້ພະສົງ 31 ອົງ.
ຫໍຫຼັກເມືອງ ຕັ້ງຢູ່ບ້ານພູຫົວຊ້າງ ເມືອງອະນຸວົງ ໃຈກາງເທດສະບານແຂວງໄຊສົມບູນ ຮູບຊົງລັກສະນະຄ້າຍຄືເຈດີ ມີຄວາມກວ້າງ 31 ແມັດ ແລະ ຍາວ 31 ແມັດ, ສູງ 25 ແມັດ ປະກອບມີ 2 ຊັ້ນ, ຊັ້ນທີ 1 ພາຍໃນປະດັບປະດາດ້ວຍສະຖາປັດຕະຍະກຳຮູບພາບແກະສະຫຼັກທີ່ສ່ອງແສງເຖິງການດຳລົງຊີວິດຂອງປະຊາຊົນ 5 ຊົນເຜົ່າພາຍ ໃນແຂວງໄຊສົມບູນ ຄື: ເຜົ່າລາວ, ເຜົ່າກຶມມຸ, ເຜົ່າມົ້ງ, ເຜົ່າໄຕ ແລະ ເຜົ່າອິວມຽນ.
ສຳລັບສວນສາທາລະນະຖໍ້າເຈົ້າອະນຸວົງຕັ້ງຢູ່ບ້ານພູຫົວຊ້າງ ເມືອງອະນຸວົງ ຖໍ້າຕັ້ງຢູ່ຕີນພູຜາສູງຊັນປະມານ 200 ແມັດ ໜ້າຖໍ້າມີສາຍນໍ້າຈັ້ງໄຫຼຜ່ານ ດ້ານຂ້າງ ແລະ ດ້ານຫຼັງຖືກອ້ອມຮອບໄປດ້ວຍພູນ້ອຍພູໃຫຍ່ ແລະ ປ່າໄມ້ດົກໜາທີ່ຂຽວງາມຕະ ຫຼອດປີ ບົ່ງບອກເຖິງຄວາມອຸດົມສົມບູນຂອງຊີວະນາໆພັນໃນບໍລິເວນຖໍ້າແຫ່ງນີ້ ບໍລິເວນຖໍ້ານີ້ປະກອບໄປດ້ວຍ 2 ຖໍ້າ ຢູ່ໃກ້ຄຽງກັນ ຖໍ້າທີ 1 ປາກຖໍ້າກວ້າງ 5 ແມັດ ສູງ 3,5 ແມັດ ປະກອບມີ 2 ຫ້ອງ ຫ້ອງທີ 1 ຫ່າງຈາກປາກຖໍ້າປະມານ 15 ແມັດ ແລະ ມີຄວາມເລິກປະມານ 50 ແມັດ ແລະ ຖໍ້າທີ 2 ເລິກເຂົ້າໄປປະມານ 300 ແມັດ ສາມາດບັນຈຸຄົນໄດ້ປະມານ 100 ຄົນ ເຊິ່ງຊາວບ້ານເຊື່ອກັນວ່າເປັນບ່ອນພັກເຊົາຂອງເຈົ້າອະນຸວົງ ພ້ອມດ້ວຍອົງຄະລັກ ແລະ ຖໍ້າທີ 2 ຕັ້ງຢູ່ຫ່າງຈາກຖໍ້າທີ 1 ປະມານ 15 ແມັດ ປາກຖໍ້າກວ້າງ 7 ແມັດ ສູງ 4 ແມັດ ເລິກເຂົ້າໄປປະມານ 30 ແມັດ ສາ ມາດບັນຈຸຄົນໄດ້ 50 ຄົນ ແລະ ເຊື່ອກັນວ່າເປັນສະຖານທີ່ພັກເຊົາຂອງກຳລັງທະຫານເຈົ້າອະນຸວົງ ພາຍຫຼັງແຂວງໄຊສົມບູນໄດ້ຮັບການສ້າງຕັ້ງຂຶ້ນປີ 2013 ອົງການປົກຄອງແຂວງໄດ້ສ້າງສວນສາຖາລະນະ ຖໍ້າເຈົ້າອະນຸວົງ ພາຍໃນສວນໄດ້ປະກອບໄປດ້ວຍຫຼາຍຢ່າງ ໃນນັ້ນກໍມີຮູບບັ້ນຫຼໍ່ເຈົ້າອະນຸວົງ ເຊິ່ງສວນແຫ່ງນີ້ໄດ້ສ້າງສຳເລັດປີ 2022.