ການແຂ່ງຂັນປິງປ໋ອງ ຊາວໜຸ່ມເຍົາວະຊົນໂລກ 2024 ທີ່ ສປປ ລາວ ເປັນເຈົ້າພາບ ຈັດຂຶ້ນທີ່ສູນການຄ້າລາວ-ໄອເຕັກ, ນະຄອນຫລວງວຽງຈັນ. ສະເພາະ ມື້ສຸດ ທ້າຍຂອງການແຂ່ງຂັນ ວັນທີ 21 ກັນຍານີ້ ມີການຊິງໄຊ 6 ລາຍການຄື: ຍິງດ່ຽວ-ຊາຍດ່ຽວ ອາຍຸບໍ່ເກີນ 11 ປີ, ບໍ່ເກີນ 15 ປີ, ແລະ ບໍ່ເກີນ 19 ປີ ຜົນປະກົດວ່າ:
ສະຫລຸບການແຂ່ງຂັນ 4 ວັນ ຊິງໄຊ 12 ລາຍການ: ຍິງດ່ຽວ-ຊາຍດ່ຽວ ອາຍຸບໍ່ເກີນ 11 ປີ, ບໍ່ເກີນ 13 ປີ, ບໍ່ເກີນ 15 ປີ, ບໍ່ເກີນ 17 ປີ, ບໍ່ເກີນ 19 ປີ, ຄູ່ປະສົມ ອາຍຸບໍ່ເກີນ 15 ປີ ແລະ ບໍ່ເກີນ 19 ປີ.
ນັກກິລາໄຕ້ຫວັນຂອງຈີນ ໄດ້ແຊ້ມ 9 ລາຍການ ຮອງແຊ້ມ 3 ລາຍການ ແລະ ອັນດັບສາມ 9 ລາຍການ ຄອງອັນດັບ 1 ເປັນປີທີ 2 ຕິດຕໍ່ກັນ.
– ທີ 2 ສາທາລະນະລັດເກົາຫລີ ໄດ້ແຊ້ມ 2 ລາຍການ ອັນດັບສາມ 3 ລາຍການ,
– ທີ 3 ຮົງກົງຂອງຈີນ ໄດ້ແຊ້ມ 1 ລາຍການ ຮອງແຊ້ມ 2 ລາຍການ ແລະ ອັນດັບສາມ 5 ລາຍການ
– ທີ 4 ສິງກະໂປ ໄດ້ທີສອງ 1 ລາຍການ ແລະ ທີສາມ 1 ລາຍການ.
– ທີ 5 ຫວຽດນາມ ໄດ້ອັນດັບສາມ 2 ລາຍການ ແລະ
– ທີ 6 ຮ່ວມ : ໂຄລົມບີ, ອິນເດຍ, ມາເລເຊຍ ແລະ ໄທ ໄດ້ທີ 3 ປະເທດລະ 1 ລາຍການ.








