ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ເມື່ອເວົ້າເຖິງບ້ານຈ່ານເຫນືອ ເມືອງຈອມເພັດ ແຂວງຫລວງພະບາງ ຫລາຍຄົນຕ້ອງຄິດເຖິງຜະລິດຕະພັນຈາກເຄື່ອງປັ້ນດິນເຜົາ ເນື່ອງຈາກເປັນບ້ານທີ່ມີຊື່ສຽງທາງດ້ານການຜະລິດເຄື່ອງປັ້ນດິນເຜົາແບບບູຮານ ແລະ ເປັນທີ່ຮູ້ ຈັກຂອງຊາວຫຼວງພະບາງ ລວມໄປເຖິງນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າໄປທ່ຽວຊົມແຂວງຫຼວງພະບາງ.

ບ້ານຈ່ານເໜືອ ເປັນບ້ານທີ່ປະຊາຊົນຖືເອົາອາຊີບຫັດ ຖະກຳເຄື່ອງປັ້ນດິນເຜົາເປັນສ່ວນໃຫຍ່ ແລະ ມີຊື່ສຽງທີ່ ສຸດໃນຫຼວງພະບາງ ແລະ ພາກເໜືອຂອງລາວ ນັກທ່ອງ ທ່ຽວສາມາດຊົມຂັ້ນຕອນວິທີການຜະລິດເຄື່ອງປັ້ນດິນເຜົາແບບບູຮານ. ຜະລິດຕະພັນຈາກເຄື່ອງປັ້ນດິນເຜົາ ສາມາດສ້າງສັນອອກມາເປັນຜົນງານທີ່ເຕັມໄປດ້ວຍປະ ໂຫຍດໃນການໃຊ້ສອຍ ແລະ ເຄື່ອງຕົບແຕ່ງທີ່ສວຍງາມ, ໂຄມໄຟດິນເຜົາປະດັບຖະໜົນຫົນທາງໃນເມືອງຫຼວງພະບາງທັງໝົດລ້ວນແລ້ວແຕ່ແມ່ນຜະລິດມາຈາກບ້ານຈານເໜືອແຫ່ງນີ້.

ຜະລິດຕະພັນຈາກບ້ານຈ່ານເຫນືອ ມີຈໍາຫນ່າຍຢູ່ຕາມທ້ອງຕະຫຼາດໃນຕົວເມືອງ, ຕ່າງແຂວງ ແລະ ພາຍໃນບ້ານຈ່ານ ມີຮ້ານຄ້າເພື່ອຂາຍໃຫ້ນັກທ່ອງທ່ຽວໄດ້ເລືອກຊື້ ເພາະມີຫຼາກຫຼາຍຊະນິດ ຫຼາຍຂະໜາດ ຫຼາຍລາຄາ ທີ່ນັກທ່ອງທ່ຽວສາມາດເລືອກຊື້ກັບໄປເປັນຂອງຝາກ, ສິນຄ້າແຕ່ລະຊະນິດລ້ວນແຕ່ມີຄຸນນະພາບ ແລະ ໄດ້ຖືກຮັບຮອງເປັນສິນຄ້າຫນຶ່ງເມືອງ ຫນຶ່ງຜະລິດຕະພັນ (ODOP) ຢ່າງເປັນທາງການໃນວັນທີ 21 ສິງຫາ 2020.

ນັກທອງທ່ຽວສາມາດເດີນທາງໄປບ້ານຈ່ານເຫນືອ ດ້ວຍລົດໃຫຍ່ຈາກທ່າເຮືອຊຽງແມນໄປ ພຽງ 15 ນາທີເທົ່ານັ້ນ.