ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄພພິບັດນ້ຳຖ້ວມຢູ່ເມືອງເງິນ ສ້າງຄວາມເສຍຫາຍຫລາຍກວ່າ 45,3 ຕື້ກີບ

Aug 11, 2025

ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ສະພາບຄວາມເສຍຫາຍ ຈາກໄພພິບັດນ້ຳຖ້ວມ ທີ່ເກີດຂຶ້ນ 2 ຄັ້ງ ຄື: ໃນວັນທີ 17 ກໍລະກົດ ແລະ ວັນທີ 23 ກໍລະກົດ 2025 ຜ່ານມາຢູ່ເມືອງເງິນ ແຂວງໄຊຍະບູລີ ສ້າງຄວາມເສຍຫາຍ 45,3 ຕື້ກວ່າກີບ.
ທ່ານ ອິນເນດ ຂຽວສີຟ້າ ປະທານຄະນະກໍາມະການປົກຄອງເມືອງ ທັງເປັນປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ລາຍງານກ່ຽວກັບສະພາບຄວາມເສຍຫາຍ ຈາກໄພພິບັດເກີດຂຶ້ນ ໃນໂອກາດ ທ່ານ ກີນດາວົງ ຫລວງຣາຊ ຮອງຫົວໜ້າກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍອົງການຈັດຕັ້ງສາກົນ, ກົມ ແລະ ຂະແໜງການທີ່ກ່ຽວຂ້ອງ ເຄື່ອນໄຫວຕິດຕາມຜົນເສຍຫາຍ ຈາກໄພພິບັດນ້ຳຖ້ວມ ຢູ່ເມືອງເງິນ ແຂວງໄຊຍະບູລີ ໃນອາທິດຜ່ານມາວ່າ: ໃນວັນທີ 17 ແລະ ວັນທີ 23 ກໍລະກົດ 2025 ຜ່ານມາຢູ່ເມືອງເງິນ ແຂວງໄຊຍະບູລີ, ເຊິ່ງເປັນສາເຫດເຮັດໃຫ້ເກີດຜົນກະທົບຕໍ່ທີ່ຢູ່ອາໄສ, ເນື້ອທີ່ດິນທໍາການຜະລິດ, ສັດລ້ຽງ, ພື້ນຖານໂຄງລ່າງ ເປັນຕົ້ນ ຖະໜົນຫົນທາງ, ໄຟຟ້າ, ສາຍໂທລະສັບ, ນໍ້າລິນ ແລະ ນ້ຳປະປາ, ເຊິ່ງຜົນກະທົບດ້ານແຮງງານ ແລະ ສະຫວັດດີການສັງຄົມ ເສຍຫາຍ 6,9 ຕື້ກວ່າກີບ, ຜົນກະທົບດ້ານພື້ນຖານໂຄງລ່າງ ເສຍຫາຍ 15 ຕື້ກວ່າກີບ, ຜົນກະທົບດ້ານກະສິກໍາ ເສຍຫາຍ 23,5 ຕື້ກວ່າກີບ, ດ້ານສາທາລະນະສຸກ ເສຍຫາຍ 991ລ້ານກີບ, ລວມມູນຄ່າເສຍຫາຍຜົນກະທົບໄພພິບັດທັງ 2 ຄັ້ງ (ວັນທີ 17 ແລະ 23 ກໍລະກົດ 2025) ທັງໝົດ 45,3 ຕື້ກວ່າກີບ.
 
ໃນການລົງຕິດຕາມຜົນເສຍຫາຍໄພພິບັດຄັ້ງນີ້, ທີມງານດັ່ງກ່າວ ໄດ້ລົງພື້ນທີ່ເບີ່ງຜົນເສຍຫາຍນໍ້າຖ້ວມເຮືອນຂອງປະຊາຊົນ ຢູ່ບ້ານແກ້ວດອນຄູນ, ບ້ານຜາແດງ, ບ້ານໂຮມໄຊ ແລະ ຕິດຕາມການສ້ອມແປງແກ້ໄຂເສັ້ນທາງຫລວງແຫ່ງຊາດ 2 W ລະຫວ່າງເມືອງເງິນ ແຂວງໄຊຍະບູລີ-ເມືອງປາກແບງ ແຂວງອຸດົມໄຊ, ເຊິ່ງໄດ້ຮັບຜົນກະທົບຈຳນວນຫລາຍຈຸດ.
ຂ່າວ: ອິນແປງ ແຫວນຄໍາ