ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຟຟ້າລາວ ຕິດຕາມຮັບມືກັບໄພນໍ້າຖ້ວມຢ່າງໃກ້ສິດເພື່ອຮັບປະກຫນໃຫ້ມີໄຟຟ້າໃຊ້

Sep 14, 2024

(14.9.24) ທ່ານ ຊິນ ອິນທະວົງ ຮອງຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ໄດ້ລົງຕິດຕາມສະພາບການເພີ່ມຂື້ນຂອງນໍ້າຂອງຢູ່ເຂດ ເມືອງສີສັດຕະນາກ, ເມືອງສັງທອງ ແລະ ຫາດຊາຍຟອງ ພ້ອມທັງຕິດຕາມກວດກາການກຽມຄວາມພ້ອມຮັບມືຂອງ ລະບົບຈໍາໜ່າຍໄຟຟ້າ ແຮງດັນ 22/0,4 ກິໂລໂວນ ຂອງ ຟຟລ ສາຂາ ນະຄອນຫຼວງ 1 ແລະ ສາຂາ ນະຄອນ ຫຼວງ 2 ທີ່ຄຸ້ມຄອງ ແລະ ຈໍາໜ່າຍລະບົບໄຟຟ້າ 9 ຕົວເມືອງ ໃນນະຄອນຫຼວງວຽງຈັນ ຮອດປະຈຸບັນທຸກຫ້ອງການບໍລິການໄຟຟ້າປະຈໍາເມືອງແມ່ນມີຄວາມພ້ອມ 100% ເປັນຕົ້ນ: ໄດ້ຍົກໝໍ້ນັບໄຟທີ່ມີຄວາມສ່ຽງຈະຖືກນໍ້າຖ້ວມຂື້ນທີ່ສູງ, ໄດ້ຕັດລະບົບໄຟຟ້າທີ່ມີຄວາມສ່ຽງເພື່ອຄວາມປອດໄພ, ໄດ້ຍົກໝໍ້ແປງໄຟຟ້າຂື້ນທີ່ສູງ ແລະ ໄດ້ແຕ່ງຕັ້ງ ພະນັກງານ-ວິຊາການໄຟຟ້າລາວ ປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອບໍລິການຮັບໃຊ້ປະຊາຊົນ ຟຟລ ຂໍໃຫ້ທຸກທ່ານທີ່ຢູ່ໃກ້ສາຍນໍ້າ ແລະ ເຂດທີ່ຕໍ່າ ໃຫ້ເກັບ ມ້ຽນ ຫຼື ຍົກເຄື່ອງຂື້ນໄວ້ທີ່ສູງ ໂດຍສະເພາະເຄື່ອງໃຊ້ໄຟຟ້າທຸກຊະນິດ ເພື່ອປ້ອງກັນຄວາມເສຍຫາຍ.
May be an image of 7 people