ລັດວິສາຫະກິດໄຟຟ້າລາວ (ຟຟລ) ໄດ້ເປີດ ສຳມະນາ- ເຜີຍແຜ່ ວຽກງານສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ແລະ ຄຳຮ້ອງ-ຄຳສະເໜີ ແລະ ຫາງສຽງສັງຄົມ ໃຫ້ພະນັກງງານ ຟຟລ ທີ່ເຮັດວຽກງານກວດກາ, ໃນຕອນເຊົ້າຂອງ ວັນທີ 7 ພະຈິກ 2024 ຢູ່ ສຳນັກງານໃຫຍ່ ຟຟລ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຮ່ວມ ຂອງ ທ່ານ ສຸລິຍາ ມະນີວົງ ຮອງຜູ້ອຳ ນວຍການໃຫຍ່ ຟຟລ.
ການສຳມະນາຄັ້ງນີ້ ເປັນການຍົກລະດັບຄວາມຮູ້ດ້ານວຽກ ງານກວດກາໃຫ້ແກ່ພະນັກງານ ຟຟລ ທີ່ເຮັດວຽກງານກວດ ສອບ-ກວດກາ ໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈ ຫຼັກການ, ລະ ບຽບການ ແລະ ມາດຕະການ ກ່ຽວກັບວຽກງານກວດສອບ -ກວດກາ ເພື່ອເຮັດໃຫ້ວຽກງານກວດສອບ-ກວດກາ ມີຄວາມ ເຂັ້ມແຂງ, ມີປະສິດທິພາບ ສາມາດຍົກໃຫ້ເຫັນດ້ານດີທີ່ຕັ້ງໜ້າ, ດ້ານຫຍໍ້ທໍ້ ພ້ອມທັງວິທີການແກ້ໄຂ, ເນື້ອໃນເອກະສານ ທີ່ນໍາມາສຳມະນາ-ເຜີຍແຜ່ ປະກອບດ້ວຍ ຄວາມຮູ້ພື້ນຖານ ກ່ຽວກັບວຽກງານກວດສອບ-ກວດກາ, ຄວາມຮູ້ພື້ນຖານໃນການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ແລະ ຍັງໄດ້ຮັບຟັງການນຳສະເໜີ ນິຕິກຳ, ການຄົ້ນຄວ້າແກ້ໄຂ ວຽກງານຄຳຮ້ອງ – ຄຳສະເໜີ ແລະ ຫາງສຽງສັງຄົມ ແລະ ວຽກງານສະກັດກັ້ນ ການຕ້ານການສໍ້ລາດບັງຫຼວງ ຈາກກົມກວດກາ, ກະຊວງພະລັງງານ ແລະ ບໍ່ແຮ່.
ກອງປະຊຸມໄດ້ຍົກໃຫ້ເຫັນ 12 ພຶດຕິກຳ ທີ່ເປັນການສໍ້ລາດ ບັງຫຼວງ ເປັນຕົ້ນ: ການຍັກຍອກຊັບຂອງລັດ ຫຼື ລວມໝູ່, ການ ສໍ້ໂກງຊັບຂອງລັດ ຫຼື ລວມໝູ່, ການໃຫ້ສິນບົນ, ການຮັບສິນ ບົນ, ການສວຍໃຊ້ຖານະຕຳແໜ່ງ, ສິດອຳນາດ, ໜ້າທີ່ເພື່ອເອົາຊັບຂອງລັດ, ລວມໝູ່ ຫຼື ບຸກຄົນ, ການສວຍໃຊ້ຊັບຂອງລັດ ຫຼື ລວມໝູ່, ການໃຊ້ຖານະຕຳແໜ່ງ, ສິດອຳນາດ, ໜ້າທີ່ເກີນຂອບເຂດ ເພື່ອເອົາຊັບຂອງລັດ, ລວມໝູ່ ຫຼື ບຸກຄົນ, ການລັກໂລບ, ປອມແປງມາດຕະຖານເຕັກນິກກໍ່ສ້າງ, ອອກແບບ, ຄິດໄລ່ ແລະ ອື່ນໆ, ການໂກງການປະມູນ ຫຼື ການສຳປະທານ, ການປອມ ແປງເອກະສານ ຫຼື ການນໍາໃຊ້ເອກະສານປອມ, ການເປີດເຜີຍຄວາມລັບ ເພື່ອຫາຜົນປະໂຫຍດສ່ວນຕົວ, ການກົດໜ່ວງ, ຖ່ວງດຶງເອກະສານ. ບັນຫາເລົ່ານີ້ ລ້ວນແຕ່ເປັນໄພອັນຕະລາຍຮ້າຍແຮງ ເຊິ່ງສົ່ງຜົນກະທົບ ແລະ ກົດໜ່ວງຖ່ວງດຶງການພັດ ທະນາເສດຖະກິດ-ສັງຄົມ ຂອງປະເທດເວົ້າລວມ ໂດຍສະເພາະ, ຟຟລ ໄດ້ຖືເອົາການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ເປັນປາຍແຫຼມນໍາໜ້າຖືເອົາການສະກັດກັ້ນເປັນຕົ້ນຕໍ ແລະ ເອົາການຕ້ານເປັນສໍາຄັນ ແລະ ພິທີກໍ່ໄດ້ປິດລົງໃນວັນດຽວກັນ.
ຂ່າວ: ລັດວິສາຫະກິດໄຟຟ້າລາວ





