ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຟຟ້າ ນ້ຳເທີນ 2 ໄດ້ຮັບລາງວັນດີເດັ່ນອາຊຽນ ດ້ານຄວາມ ປອດໄພ ແລະ ສຸຂະພາບແຮງງານ

Sep 16, 2024

ບໍລິສັດ ໄຟຟ້າ ນ້ຳເທີນ 2 ໄດ້ຮັບການຍ້ອງຍໍຈາກຜົນງານດີເດັ່ນດ້ານການຈັດຕັ້ງປະຕິບັດຄວາມປອດໄພ ແລະ ສຸຂະພາບແຮງງານ ໃນຫົວໜ່ວຍແຮງງານ ຄັ້ງທີ 5 “5th ASEAN-OSHNET Awards” ໃນວັນທີ 11 ກັນຍາ 2024 ທີ່ປະເທດສິງກະໂປ ມອບໂດຍກະຊວງແຮງງານຂອງ ປະເທດສິງກະໂປ ເນື່ອງໃນ ບໍລິສັດ ໄຟຟ້າ ນໍ້າເທິ້ນ 2 ເຂົ້າຮ່ວມກອງປະຊຸມຄວາມປອດໄພ ແລະ ສຸຂະພາບແຮງງານອາຊຽນ ຄັ້ງທີ 11 ເວທີປຶກສາກ່ຽວກັບການກຳນົດແນວທາງຂອງຕ່ອງໂສ້ການສະໜອງ ເພື່ອປັບປຸງຄວາມປອດໄພ ແລະ ສຸຂະພາບແຮງ ງານ ໃນພາກພື້ນອາຊຽນ ແລະ ກອງປະຊຸມປະຈຳປີຂອງຄະນະເຄືອຂ່າຍຄວາມປອດໄພ ແລະ ສຸຂະພາບແຮງງານ ອາຊຽນ ຄັ້ງທີ 25.
ລາງວັນດີເດັ່ນໃນຄັ້ງນີ້ ເປັນການສະເຫຼີມສະຫຼອງຜົນສຳເລັດອັນພົ້ນເດັ່ນໃນດ້ານຄວາມປອດໄພ ແລະ ສຸຂະພາບແຮງງານ ໃນທົ່ວພາກພື້ນອາຊຽນ ໄດ້ຍົກໃຫ້ເຫັນການປະຕິບັດທີ່ເປັນແບບຢ່າງ ຂໍ້ລິເລີ່ມ ແລະ ການປະກອບສ່ວນຂອງບັນດາປະເທດສະມາຊິກ. ການຍ້ອງຍໍໃນຄັ້ງນີ້ ແມ່ນສອດຄ່ອງກັບວິໄສທັດຂອງບັນດາລັດຖະມົນຕີແຮງງານຂອງອາຊຽນ ໃນການຊຸກຍູ້ສະພາບແວດລ້ອມເສດຖະກິດທີ່ຈະເລີນຮຸ່ງເຮືອງ ຜ່ານແຮງງານທີ່ມີທັກ ສະ ມີຄວາມສາມາດ ແລະ ສາມາດແຂ່ງຂັນໄດ້.
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕາງໜ້າລັດຖະບານ ສປປ ລາວ ໄດ້ເປັນຜູ້ສະເໜີ ນ້ຳເທີນ 2 ໃນການຮັບກຽດໃນຄັ້ງນີ້ ເຊິ່ງກໍ່ເປັນການເນັ້ນໜັກເຖິງວັດທະນາທຳດ້ານຄວາມປອດໄພ ແລະ ຜົນງານດີເດັ່ນຂອງບໍລິສັດ.
May be an image of 5 people, dais and text