ພິທີຂໍໄຟສັກສິດໃຫ້ແກ່ງານມະຫະກຳກິລານັກຮຽນມັດທະ ຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ເປັນເຈົ້າ ພາບ ຈັດຂຶ້ນຕອນເຊົ້າວັນທີ 12 ທັນວາ 2024. ມີ ທ່ານ ດາວວົງ ພອນແກ້ວ, ເຈົ້າແຂວງສາລະວັນ, ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຄະນະກຳມະການຈັດງານ, ຄະນະນໍາ, ນັກກິລາ ແລະ ປະຊາຊົນພາຍໃນແຂວງສາລະວັນ ເຂົ້າຮ່ວມ.
ພິທີຂໍໄຟສັກສິດ ຈັດຂຶ້ນຢູ່ວັດສີມຸງຄຸນ ຫລື ວັດກາງ (ຫໍໄຕປຣີດົກ) ມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ຊຶ່ງຕັ້ງຢູ່ເມືອງ ແລະ ແຂວງສາລະວັນ ສ້າງຂຶ້ນໃນປີ ຄສ 1784 ( ກ່ອນໜ້ານີ້ 236 ປີ ) ເປັນສະຖານທີ່ສັກສິດ, ປູສະນິຍະສະຖານມໍລະດົກວັດ ທະ ນະທຳອັນລ້ຳຄ່າ, ເປັນສູນລວມຈິດໃຈຂອງຊາວສາລະວັນມາແຕ່ບູຮານນະການ.
ທວນໄຟສັກສິດນີ້ ຈະກາຍເປັນສັນຍາລັກແຫ່ງຄວາມສາມັກ ຄີ-ມິດຕະພາບ ແລະ ຄວາມເປັນຈິດໜຶ່ງໃຈດຽວ ຂອງຄະນະນຳນັກກິລາ ຈາກບັນດາແຂວງໃນທົ່ວປະເທດ ພ້ອມກັນສ້າງໃຫ້ໄດ້ນັກກິລາທີ່ດີເດັ່ນໃນວົງການກິລາລາວ ແລະ ເຮັດໃຫ້ການແຂ່ງ ຂັນຄັ້ງນີ້ບັນລຸຜົນສຳເລັດຕາມທີ່ຄາດໝາຍໄວ້.
ເສັ້ນທາງການແຫ່ທວນໄຟສັກສິດ ເລີ່ມຈາກວັດກາງ ໄປສີ່ ແຍກຂົວເຊໂດນ ຜ່ານພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ອົງການປົກຄອງເມືອງ, ສາມແຍກສະໜາມບິນ, ກອງບັນຊາການ ປກສ ເມືອງ ແລະ ສິ້ນສຸດທີ່ສະໜາມກິລາແຫ່ງໃໝ່ຂອງແຂວງ ລວມໄລຍະທາງ 5 ກວ່າກິໂລແມັດ ໂດຍຈະຖືກເກັບໄວ້ ແລະ ນຳເຂົ້າສູ່ພິ ທີເປີດງານກິລາດັ່ງກ່າວຢ່າງເປັນທາງການໃນວັນທີ 13 ທັນວາ 2024.
ຂ່າວ: ເດດອາລຸນ





