(25.10.24) ເວລາປະມານ 16:30 ນາທີ ເກີດເຫດໄຟໄໝ້ເຮືອນປະຊາຊົນບ້ານສຳພັນນາ, ເມືອງສັງທອງ, ນະຄອນຫຼວງ ວຽງຈັນ ຈຳນວນ 2 ຫຼັງ. ຫລັງທີ1 ເປັນເຮືອນຂອງນາງ ຈໍາປີ, ແລະ ຫລັງທີ 2 ແມ່ນເຮືອນຂອງ ນາງ ທຽນ.
ຜູ້ເຫັນເຫດການເວົ້າວ່າ: ກ່ອນເກີດເຫດໄດ້ຍິນສຽງດັງລະ ເບີດຢູ່ກາງເຮືອນຂອງນາງຈຳປີ ຈິ່ງແລ່ນເຂົ້າມາເບິ່ງເຫັນໄຟລຸກໄໝ້ຕູ້ໃສ່ເຄື່ອງຢູ່ເສົ້າກາງເຮືອນ ຈຶ່ງເອົານໍ້າມາມອດແຕ່ບໍ່ສາມາດມອດໄດ້. ຈາກນັ້ນ, ໄຟໄດ້ລຸກແຮງກ່ອນໄໝ້ລາມໃສ່ເຮືອນນາງ ທຽນ, ໃນເວລາເກີດເຫດ ເຮືອນທັງສອງຫຼັງແມ່ນບໍ່ມີໃຜຢູ່.
ສ່ວນສາເຫດ ແລະ ຄວາມເສຍຫາຍຍັງຢູ່ໃນລະຫວ່າງການເກັບກຳຂໍ້ມູນຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ.
ພາບ-ຂໍ້ມູນ: ຮອ ຈັນສະໝອນ






