ນັບແຕ່ເດືອນ ມັງກອນ ຫາ ເດືອນຕຸລາ ຂອງປີ 2024, ທົ່ວແຂວງ ອັດຕະປື ມີອຸບັດຕິເຫດຕາມທ້ອງໜົນຫຼວງເກີດຂຶ້ນທັງໝົດ 293 ລາຍ, ມີພາຫະນະເບີເພ 173 ຄັນ, ເປ້ເພເລັກໜ້ອຍ 76 ຄັນ, ເປເພສົມຄວນ 86 ຄົນ ແລະ ໃຊ້ການບໍ່ໄດ້ 11 ຄັນ, ມີຜູ້ໄດ້ຮັບບາດເຈັບທັງໝົດ 496 ຄົນ, ບາດເຈັບເລັກນ້ອຍ 269 ຄົນ, ຍິງ 79 ຄົນ, ບາດເຈັບສົມຄວນ 172 ຄົນ, ຍິງ 22 ຄົນ, ບາດເຈັບສາຫັດ 23 ຄົນ, ຍິງ 4 ຄົນ ແລະ ເສຍຊີວິດ 32 ຄົນ, ຍິງ 4 ຄົນ, ຖ້າທຽບໃສ່ 10 ເດືອນຂອງປີ 2023 ຜ່ານມາອຸບປະຕິເຫດແມ່ນຫຼຸດລົງ ຈໍານວນ 67 ລາຍ ແລະ ລວມມູນຄ່າເສຍຫາຍຈາກການເກີດອຸບປະຕິເຫດດັ່ງກ່າວ ມີທັງໝົດ 3 ຕື້ກວ່າກີບ.
ທ່ານ ຮ້ອຍເອກ ເມືອງໄຊ ໝື່ນຫຼວງ ຮອງກອງສືບສວນ-ສອບສວນຄະດີອຸບປະຕິເຫດ ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງອັດຕະປື ໄດ້ໃຫ້ສຳພາດວ່າ: ສາເຫດຕົ້ນຕໍຂອງການເກີດອຸບປະຕິເຫດ ແມ່ນເກີດຈາກນັກຂັບຂີ່ບໍ່ປະຕິບັດຕາມກົດລະບຽບການສັນຈອນເທົ່າທີ່ຄວນ, ການຂັບຂີ່ບໍ່ປ່ອຍສິດ, ການຂັບຂີ່ບໍ່ໃຫ້ກຽດເຊິ່ງກັນ ແລະ ກັນ ລະຫວ່າງ ຜູ້ທີ່ໃຊ້ລົດໃຊ້ຖະໜົນ, ຂັບຂີ່ໃຊ້ ຄວາມໄວເກີນກຳນົດ, ຂັບຂີໃນເວລາມືນເມົາ ແລະ ອື່ນໆ, ສ່ວນຈຸດທີ່ມັກເກີດອຸບປະຕິເຫດຫຼາຍກວ່າໝູ່ແມ່ນ ຕາມເສັ້ນທາງ 3 ແຍກ, 4 ແຍກ ໃນຂອບເຂດເທດສະບານແຂວງ ແລະ ເຂດຊຸມຊົນທີ່ມີການສັນຈອນແອອັດ.
ຂ່າວ: ວັດທະນາ, ຂ.ອັດຕະປື





