ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄລຍະ 11-14 ເມສາ 2025 ທົ່ວແຂວງຈຳປາສັກ ມີອຸບັດຕິເຫດເກີດຂຶ້ນ 20 ຄັ້ງ, ເສຍຊີວິດ 1 ຄົນ

Apr 16, 2025

ຕາມການລາຍງານຈາກ ທ່ານ ພັຕ ພິນສະໜອງ ດວງບຸບຜາ ຫົວໜ້າກອງຄະດີອຸບັດຕິເຫດ ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນໄລຍະການສະຫຼລອງບຸນປີໃໝ່ລາວ ນັບແຕ່ ວັນທີ 11-14 ເມສາ 2025 ທົ່ວແຂວງຈຳປາສັກມີອຸບັດຕິເຫດເກີດຂຶ້ນ 20 ຄັ້ງ. ໃນນີ້, ເກີດຂຶ້ນຢູ່ນະຄອນປາກເຊ 8 ຄັ້ງ, ເມືອງຊະນະສົມບູນ 3 ຄັ້ງ, ເມືອງປະທຸມພອນ 3 ຄັ້ງ, ເມືອງບາຈຽງຈະເລີນສຸກ 2 ຄັ້ງ, ເມືອງປາກຊ່ອງ 1 ຄັ້ງ, ເມືອງໂຂງ 1 ຄັ້ງ, ເມືອງມູນລະປະໂມກ 1 ຄັ້ງ ແລະ ເມືອງໂພນທອງ 1 ຄັ້ງ, ເຮັດໃຫ້ມີຜູ້ໄດ້ຮັບເຈັບເລັກນ້ອຍ 14 ຄົນ, ເຈັບສົມຄວນ 12 ຄົນ , ເຈັບສາຫັດ 3 ຄົນ, ເສຍຊີວິດ 1 ຄົນ ຢູ່ທີ່ເມືອງໂຂງ, ມີພາຫະນະເປ່ເພ 32 ຄັນ, ມູນຄ່າເສຍຫາຍປະມານ 157 ລ້ານກີບ.
ສາເຫດຫລັກໆທີ່ພາໃຫ້ເກີດອຸບັດຕິເຫດສ່ວນຫລາຍແມ່ນ ຂາດສະຕິໃນການນຳໃຊ້ພາຫະນະ, ດື່ມສິ່ງມຶນເມົາແລ້ວຂັບ, ຈາກນັ້ນແມ່ນຂັບຂີ່ລົດດ້ວຍຄວາມປະໝາດ ແລະ ຂີ່ລົດໄວປ່ຽນທິດທາງກະທັນຫັນຈິ່ງພາໃຫ້ເກີດອຸບັດຕິເຫດ
ຂ່າວ: ປະພິດ ສີສົມບູນ
ພາບ: ກອງຄະດີ ປກສແຂວງ