ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄລຍະ 2 ເດືອນຕົ້ນປີ 2025 ລົດໄຟລາວ-ຈີນ ຂົນສົ່ງແປ້ງມັນຕົ້ນໄດ້ 77.000 ໂຕນ ກາຍເປັນຊ່ອງທາງຫຼັກໃນການຂົນສົ່ງສິນຄ້າກະສິກໍາຈາກ ສປປ ລາວ ໄປຍັງ ສປ ຈີນ.

Mar 15, 2025

ນັບແຕ່ເປີດດຳເນີນງານເປັນຕົ້ນມາ ທາງລົດໄຟລາວ-ຈີນ ໄດ້ກາຍເປັນຊ່ອງທາງຫຼັກໃນການສົ່ງອອກສິນຄ້າກະສິກໍາຂອງ ສປປ ລາວ ໄປຍັງ ສປ ຈີນ ໂດຍສະເພາະແມ່ນສິນຄ້າກະສິກຳປະເພດແປ້ງມັນຕົ້ນ. ຜ່ານມາ ເພື່ອເປັນການກະຕຸ້ນການສົ່ງອອກສິນຄ້າກະສິກຳ ແລະ ເສີມສ້າງເສດຖະກິດຂອງລາວ, ທາງລົດໄຟລາວ-ຈີນ ໄດ້ໃຫ້ບຸລິມະສິດໃນການຂົນສົ່ງສິນຄ້າກະສິກຳຂອງລາວ ໂດຍຖືຫຼັກການ “ ໃຫ້ບຸລິມະສິດໃນການອະນຸມັດ ແລະ ໃຫ້ບຸລິມະສິດໃນການຂົນສົ່ງກ່ອນ ” ບໍ່ວ່າປະລິມານຈະຫຼາຍຫຼືໜ້ອຍ ຂໍພຽງແຕ່ຜູ້ປະກອບການຮຽກຮ້ອງຕ້ອງການ ທາງລົດໄຟລາວ-ຈີນ ຈະຕອບສະຫນອງຢ່າງທັນການ ແລະ ໃຫ້ການສະໜັບສະໜູນຢ່າງເຕັມທີ່.
ເພື່ອເປັນການສືບຕໍ່ສົ່ງເສີມການສົ່ງອອກສິນຄ້າກະສິກໍາຂອງລາວ ແລະ ກຽມພ້ອມຮອງຮັບກັບລະດູການສົ່ງອອກສິນຄ້າກະສິກຳ ທີ່ກຳລັງຈະກ້າວມາເຖິງນີ້ ທາງລົດໄຟລາວ-ຈີນ ໄດ້ມີການຈັດກອງປະຊຸມສຳມະນາກັບຜູ້ປະກອບການ, ເຮັດວຽກປະສານງານກັບພາກສ່ວນກ່ຽວຂ້ອງຂອງພາກລັດ ແລະ ວິສາຫະກິດ ເພື່ອແກ້ໄຂບັນຫາຄົງຄ້າງ, ສົມທົບເຈົ້າຫນ້າທີ່ດ່ານພາສີລາວ ແລະ ຈີນ ເພື່ອປັບປຸງຫຼຸດຜ່ອນຂັ້ນຕອນ ແລະ ໄລຍະເວລາໃນການແຈ້ງພາສີ. ນອກຈາກນີ້ ໃນຊ່ວງທີ່ມີຄວາມຕ້ອງການຂົນສົ່ງສິນຄ້າກະສິກຳທີ່ມີຫຼາຍນີ້ ທາງລົດໄຟລາວ-ຈີນ ຍັງຈະມີການເພີ່ມຖ້ຽວລົດຂົນສົ່ງ, ປັບແປງເວລາການຂົນສົ່ງໃຫ້ມີຄວາມຍືດຫຍຸ່ນ ຮັບປະກັນໃຫ້ສິນຄ້າກະສິກຳສາມາດຂົນສົ່ງໄດ້ທັນເວລາ.
ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ກ່າວໃນກອງປະຊຸມສຳມະນາກ່ຽວກັບການຄຸ້ມຄອງການເກັບຊື້, ປຸງແຕ່ງ ແລະ ສົ່ງອອກມັນຕົ້ນໃນວັນທີ່ 6 ມີນາ 2025 ວ່າ:ໃນໄລຍະຜ່ານມາຢູ່ ສປປ ລາວ ມີຊາວກະສິກອນ ຫັນມາປູກມັນຕົ້ນຢ່າງເປັນຂະບວນການຟົດຟື້ນຫຼາຍຂຶ້ນ ແບບກ້າວກະໂດດ, ຜົນຜະລິດມັນຕົ້ນ ມີສັດສ່ວນຫຼາຍກວ່າສິນຄ້າອື່ນໆ ແລະ ເຫັນວ່າມີທ່າອ່ຽງສົ່ງອອກແປ້ງມັນຕົ້ນເພີ່ມຂຶ້ນ. ໃນປີ 2024 ສາມາດສົ່ງອອກມັນຕົ້ນໄດ້ປະມານ 2.4 ລ້ານໂຕນ, ມູນຄ່າສົ່ງອອກປະມານ 440 ລ້ານກວ່າໂດລາສະຫະລັດ.
ທາງລົດໄຟລາວ-ຈີນ ໄດ້ກາຍເປັນຊ່ອງທາງຂົນສົ່ງອອກສິນຄ້າກະສິກຳຂອງລາວຢ່າງມີປະສິດທິຜົນ ແລະ ສະດວກສະບາຍ, ສະເພາະປີ 2025 ມາຮອດວັນທີ 10 ມີນາ ທາງລົດໄຟລາວ-ຈີນ ຂົນສົ່ງມັນຕົ້ນໄດ້ທັງໝົດ 2.958 ຕູ້ຄອນເທັນເນີ ຫຼື ປະມານ 77.000 ໂຕນ, ເພີ່ມຂຶ້ນ 46.7% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ນອກຈາກນີ້, ໃນປີ 2024 ທາງລົດໄຟລາວ-ຈີນ ໄດ້ຂົນສົ່ງໝາກໄມ້, ມັນຕົ້ນ, ຢາງພາລາ, ເຂົ້າ ແລະ ສິນຄ້າກະສິກຳອື່ນໆໄປຈີນໄດ້ເພີ່ມຂຶ້ນ 79% ເມື່ອທຽບໃສ່ປີ 2023.
May be an image of text