ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄລຍະ 5 ປີ ຂະແໜງ ຍທຂ ເມືອງປາກຊ່ອງ ມີຜົນງານຫຼາຍດ້ານ

Jan 23, 2025

ທ່ານ ເພັດສະໝອນ ຫານຊະນະ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ (ຍທຂ) ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ກ່າວໃຫ້ສື່ມວນຊົນທ້ອງຖິ່ນ ໃນຫວ່າງບໍ່ດົນນີ້ວ່າ: ຕະຫຼອດໄລຍະ 5 ປີຜ່ານມາ (2020-2024), ວຽກງານ ຍທຂ ເມືອງໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານສ້ອມແປງ ແລະ ກໍ່ສ້າງເສັ້ນທາງ, ຂົວຕາມທາງຫຼວງແຫ່ງຊາດ, ເສັ້ນທາງລະຫວ່າງບ້ານໃຫ້ມີຄວາມສະດວກສະບາຍ, ຊຸກຍູ້ວຽກງານຕັດຕາຜ້າທາງຜັງບ້ານ ແລະ ຂະຫຍາຍຕາຜ້າທາງເທດສະບານເມືອງ, ປະສານສົມທົບ ກັບອົງການປົກຄອງບ້ານໃນການເກັບກໍາຂໍ້ມູນພາຫະນະພາຍໃນທົ່ວເມືອງ, ຄຸ້ມຄອງ ແລະ ຕິດຕາມກວດກາ ອອກໃບອະນຸຍາດປຸກສ້າງ ແລະ ອອກໃບອະນຸຍາດດໍາເນີນທຸລະກິດຂອງພາຫະນະ, ລົງໂຄສະນາເຜີຍແຜ່ປູກຈິດສໍານຶກໃນການຂັບຂີ່ປອດໄພຕາມທ້ອງຖະຫນົນຢູ່ທີ່ໂຮງຮຽນ ມສ ໃນທົ່ວເມືອງປາກຊ່ອງ. ໂດຍສະເພາະເກັບກໍາສະຖິຕິເສັ້ນທາງທົ່ວເມືອງ ມີທັງຫມົດ 75 ເສັ້ນ, ຍາວ 606.55 ກິໂລແມັດ. ໃນນັ້ນ: ທາງຫຼວງແຫ່ງຊາດມີ 2 ເສັ້ນຍາວ 103.9 ກິໂລແມັດ ກວມເອົາ 17.13%, ທາງຫຼວງຂອງແຂວງ ມີ 1 ເສັ້ນຍາວ 23.81 ກມ ກວມເອົາ 3.92%, ທາງຫຼວງເມືອງ 2 ເສັ້ນຍາວ 62.95 ກມ ກວມເອົາ 10.38%, ທາງຕົວເມືອງ 27 ເສັ້ນ ຍາວ 25.51 ກມ ກວມເອົາ 4.21%, ທາງຊົນນະບົດ 26 ເສັ້ນ ຍາວ 246.44 ກມ ກວມເອົາ 40,63% ແລະ ທາງສະເພາະ 17 ເສັ້ນ ຍາວ 143.94 ກມ ກວມເອົາ 23,73%.
ວຽກງານຂົວທາງ ໄດ້ເອົາໃຈໃສ່ບູລະນະຮັກສາທາງຫຼວງແຫ່ງຊາດ ດ້ວຍແຮງງານຄົນ ທາງເລກທີ 20, ປະຈໍາປີ 2020 ມີ 1 ສັນຍາ ມູນຄ່າ 6,062 ລ້ານກີບ ປະຕິບັດໄດ້ 100%, ສົກປີປະຈໍາປີ 2021-2024 ມີ 1 ສັນຍາ ມູນຄ່າ 11,703 ລ້ານກີບ. ປະຕິບັດໄດ້ 9,892 ລ້ານກີບ ທຽບໃສ່ແຜນ 82.81%, ຍັງຄ້າງປະຕິບັດ 2,011 ລ້ານກີບ ທຽບໃສ່ແຜນ 11.19%. ວຽກບູລະນະສ້ອມແປງ ແລະ ກໍ່ສ້າງເສັ້ນທາງພາຍໃນທົ່ວເມືອງ ໂດຍການປຸກລະດົມການມີສວນຮ່ວມ ໃນທົ່ວສັງຄົມ ຊຶ່ງໄລຍະຜ່ານມາແມ່ນ ໄດ້ກໍ່ສ້າງເສັ້ນທາງປູເບຕົງ ຈໍານວນ 6 ເສັ້ນ, ລວງຍາວ 3,220 ແມັດ, ມູນຄ່າ 5,886,203,000 ກີບ. ທຶນລັດ 4,056,203,000 ກີບ, ສາມາດປະຕິບັດສໍາເລັດ 100%. ກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ຈໍານວນ 8 ເສັ້ນ ມີລວງຍາວ 32.59 ກມ, ຄວາມກ້ວາງ 8-9 ແມັດ ມູນຄ່າ 104.5 ຕື້ກີບ, ງົບປະມານລັດ 79.4 ຕື້ກີບ, ສາມາດປະຕິບັດສໍາເລັດ 37,13%. (ຍັງຄ້າງ 62.87% ເສັ້ນທາງປາກຊ່ອງ ຫາ ຊາຍແດນ ສາລະວັນ ລວງຍາວ 17.5 ກລ, ມູນຄ່າ 73 ຕື້ກີບ). ວຽກສ້ອມແປງແກ້ໄຂເສັ້ນທາງປູຢາງ ແລະ ທາງດີນແດງ ຈໍານວນ 14 ເສັ້ນ, ມູນຄ່າ 7,083,972,000 ກີບ. ທືນລັດ 3,621,000,000 ກີບ. ທຶນປະຊາຊົນ + ຜູ້ປະກອບການ ນັກທຸລະກິດ 3,462,972,000 ກີບ, ສາມາດປະຕິບັດສາເລັດ 100%.ສ້ອມແປງຂົວ 3 ແຫ່ງ ມູນຄ່າ 280 ລ້ານກີບ ສໍາເລັດ 100%
ນອກນັ້ນ, ຍັງສາມາດຍົກລະດັບພື້ນຖານໂຄງລ່າງ ຄົມມະນາຄົມພາຍໃນເມືອງເປັນຕົ້ນ: ການກໍ່ສ້າງເສັ້ນທາງປູຢາງຕາຜ້າເທດສະບານເມືອງມີຄວາມຍາວ 10 ກວ່າກິໂລແມັດ, ກໍ່ສ້າງເສັ້ນທາງປູຫີນບ້ານຕໍ່ບ້ານມີຄວາມຍາວ 130 ກວ່າ ກມ ແລະ ສ້າງເສັ້ນທາງເຂົ້າສູ່ເຂດການຜະລິດໄດ້ຫຼາຍກວ່າ 60 ກມ ແລະ ໂຄງການຟື້ນຟູທາງດິນແດງ, ປູຢ່າງສອງຊັ້ນບ້ານຈັນສະຫວ່າງ ຫາ ບ້ານທົ່ງກາຫຼົງ ແລະ ໂຄງການກໍ່ສ້າງເສັ້ນທາງບ້ານຕໍ່ບ້ານພາຍໃນເມືອງທີ່ມີຜົນສຳເລັດ ເຮັດໃຫ້ການໄປມາຊື້-ຂາຍຜົນຜະລິດກະສິກຳຂອງປະຊາຊົນມີຄວາມສະດວກ ສະບາຍກວ່າໄລຍະຜ່ານມາ.
ຂ່າວ: ສິດທິໄຊ ແກ້ວທ່ອນຈັນ