ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄວປາ ຫາລືຫລາຍບັນຫາທີ່ພົວພັນເຖິງບົດບາດຂອງເພດຍິງ

Oct 20, 2024

ກອງປະຊຸມສະມາຊິກລັດຖະສະພາເພດຍິງ ໄອປາ (ໄວປາ) ໄດ້ຈັດຂຶ້ນໃນວັນທີ 19 ຕຸລາ 2024 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ທຸມມາລີ ວົງພະຈັນ ປະທານ ໄວປາ ຄັ້ງທີ 45, ທັງເປັນປະທານກໍາມາທິການຍຸຕິທໍາສະພາແຫ່ງຊາດ ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ, ປະທານ ໄອປາ ຄັ້ງທີ 45, ມີບັນດາ ຫົວໜ້າຄະນະຜູ້ແທນໄວປາ, ບັນດາສະມາຊິກລັດຖະສະພາເພດຍິງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ໄຊສົມພອນ ພົມວິຫານ ກ່າວວ່າ: ກອງປະຊຸມໄວປາ ແຕ່ລະຄັ້ງ, ລ້ວນແຕ່ເປັນເວທີ ທີ່ມີຄວາມໝາຍສໍາຄັນຂອງສະມາ ຊິກລັດຖະສະພາເພດຍິງຂອງບັນດາປະເທດສະມາຊິກອາຊຽນ ເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນເຊິ່ງກັນ ແລະ ກັນ ແລະ ຊອກຫາວິທີທາງຮ່ວມກັນ ໃນບັນຫາທີ່ພົວພັນເຖິງບົດ ບາດຂອງເພດຍິງ ໃນສັງຄົມ. ພ້ອມທັງມີຄວາມເຊື່ອໝັ້ນວ່າ ຮ່າງ 2 ສະບັບ ທີ່ຈະສະເໜີຜ່ານໃນກອງປະຊຸມໄວປາ ປະກອບມີ: ຮ່າງມະຕິ ກ່ຽວກັບ ການສົ່ງເສີມລັດຖະສະພາທີ່ເອົາໃຈໃສ່ບົດບາດຍິງ-ຊາຍ ເພື່ອປະຊາຄົມອາຊຽນທີ່ເຂັ້ມແຂງ, ເຊື່ອມຈອດ ແລະ ກວມລວມ ແລະ ຮ່າງມະຕິ ກ່ຽວກັບ ການສົ່ງເສີມການລຶບລ້າງຄວາມຮຸ່ນແຮງຕໍ່ແມ່ຍິງ ແລະ ເດັກຍິງໃນຂອງອາຊຽນ ຈະສາມາດຮັບຮອງເອົາໄດ້ ເພາະທັງ 2 ຫົວຂໍ້ດັ່ງກ່າວ ລ້ວນແຕ່ເປັນບັນຫາທີ່ສໍາຄັນ ເພື່ອຍົກສູງບົດບາດ, ສົ່ງເສີມຄວາມສະເໝີພາບຍິງ- ຊາຍ, ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ພັດທະນາຄວາມກ້າວໜ້າຂອງແມ່ຍິງໃນເວທີການເມືອງຂອງພາກພື້ນ ແລະ ສາກົນຫຼາຍຂຶ້ນ ດ້ວຍການສ້າງນິຕິກຳ ແລະ ກົນໄກຕ່າງໆ, ຫວັງວ່າ ກອງປະຊຸມໄວປາ ໃນຄັ້ງນີ້ ຈະເປັນການສານຕໍ່ປະເພນີທີ່ພວກເຮົາໄດ້ປະຕິບັດຜ່ານມາ ແລະ ຈະພ້ອມກັນປຶກສາຫາລືກັນ ດ້ວຍຄວາມ ຮັບຜິດຊອບ ແລະ ຢ່າງສ້າງສັນ ຕາມວິຖີຂອງໄອປາ ເພື່ອເຮັດໃຫ້ກອງປະຊຸມໄວປາຄັ້ງນີ້ ປະສົບຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.